ຫົວຂໍ້ຂອງເວທີປາໄສໃນປີນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ເພື່ອແນໃສ່ຮັບມືກັບພະຍາດໂຄວິດ-19. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຄອບຄົວ, ພິເສດແມ່ນບັນຫາທີ່ເກີດຂຶ້ນໃນສະພາບພະຍາດໂຄວິດ-19 ພວມແຜ່ລະບາດ. ບັນດາຜູ້ແທນຖືວ່າ ພະຍາດໂຄວິດ-19 ໄດ້ສົ່ງຜົນສະທ້ອນທີ່ໃຫຍ່ຫຼວງເຖິງບັນດາຄອບຄົວທີ່ມີຄວາມສ່ຽງໄພສູງຄືຄອບຄົວຊົນເຜົ່າສ່ວນໜ້ອຍ, ຄອບຄົວທີ່ມີຜູ້ອອກແຮງງານບໍ່ເປັນທາງການ ແລະຜູ້ເຂົ້າມາຕັ້ງຖິ່ນຖານ. ສະພາບຕົວຈິງດັ່ງກ່າວພາໄປເຖິງສະພາບທຸກຍາກຊົ່ວຄາວກ່ຽວກັບລາຍຮັບເພີ່ມຂຶ້ນສູງ.

leftcenterrightdel
ບັນຍາກາດທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ເວທີປາໄສ, ບັນດາຜູ້ແທນຍັງໄດ້ແບ່ງປັນເລື່ອງລາວຂອງບັນດາປະເທດສະມາຊິກກ່ຽວກັບສາຍພົວພັນໃນຄອບຄົວ ແລະຄວາມສາມັກຄີໃນສະພາບເກີດພະຍາດໂຄວິດ-19, ພ້ອມທັງປຶກສາຫາລືກ່ຽວກັບເລື່ອງເພີ່ມທະວີບົດບາດຂອງຄອບຄົວຄືດັ່ງລະບົບໜູນຊ່ວຍທີ່ຈໍາເປັນເພື່ອປົກປ້ອງຄວາມຜາສຸກ ແລະສະເໜີບັນດາມາດຕະການ, ການກະທໍາແນໃສ່ຊຸກຍູ້ ແລະປົກປ້ອງຄອບຄົວໃນທົ່ວພາກພື້ນອາຊຽນ.

ໂດຍ: ທູຈາງ