ພາຍຫຼັງກອງປະຊຸມສິ້ນສຸດ, ເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳ ວຽງຈັນ, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ຕີລາຄາສູງບັນດາເນື້ອໃນທີ່ປະເທດປະທານໄດ້ຍົກອອກມາເພື່ອປຶກສາຫາລືທີ່ກອງປະຊຸມ ແລະບັນດາເນື້ອໃນດັ່ງກ່າວລ້ວນແຕ່ໄດ້ຮັບຄວາມເຫັນດີເປັນເອກະພາບນຳກັນວ່າແມ່ນບັນດາບັນຫາສໍາຄັນໃນພາກພື້ນ, ຕອບສະໜອງຄວາມປາດຖະໜາຂອງປະຊາຊົນອາຊຽນ.

leftcenterrightdel
ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ເຂົ້າຮ່ວມໄອປາ 41 ໃນວັນທີ 10 ກັນຍາ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມຄັ້ງນີ້, ລາວ ຕີລາຄາສູງຄວາມສາມາດຈັດຕັ້ງໄອປາ 41 ຂອງສະພາແຫ່ງຊາດຫວຽດນາມ. ທ່ານນາງ ປານີ ຢາທໍ່ຕູ້ ຖືວ່າ ກອງປະຊຸມໂດຍສະພາແຫ່ງຊາດຫວຽດນາມ ຈັດຕັ້ງໃນຄັ້ງນີ້, ມີຫຼາຍຂໍ້ລິເລີ່ມໄດ້ຍົກອອກມາ, ເປັນຕົ້ນແມ່ນຮັບຮອງເອົາມະຕິຫຼາຍສະບັບ, ໃນນັ້ນມີຫຼາຍຂໍ້ລິເລີ່ມເໝາະສົມກັບຄວາມປາດຖະໜາຂອງປະຊາຊົນອາຊຽນ ກໍ່ຄືການປະຕິບັດບົດບາດໜ້າທີ່ຂອງລັດຖະສະພາໄອປາ.

ຫວຽດນາມ ໄດ້ມານະພະຍາຍາມເພື່ອປະຕິບັດບົດບາດປະທານເປັນຢ່າງດີ, ມີກົນໄກທາບທາມຄໍາເຫັນກັບບັນດາປະເທດສະມາຊິກໄອປາ ດີທີ່ສຸດ, ສິ່ງເຫຼົ່ານີ້ໄດ້ຊ່ວຍໃຫ້ກອງປະຊຸມຮັບຮອງເອົາມະຕິສະບັບຕ່າງໆຢ່າງໄວວາ, ດ້ວຍຄວາມເຫັນດີເປັນເອກະພາບສູງ, ນີ້ແມ່ນຂໍ້ລິເລີ່ມທີ່ດີ.

ໂດຍ: ຈາງຫງວຽນ