ວັນທີ 9 ກັນຍາ, ທີ່ກອງປະຊຸມສະພາປະສານງານອາຊຽນ (ACC) ຄັ້ງທີ 27, ບັນດາລັດຖະມົນຕີການຕ່າງປະເທດອາຊຽນໄດ້ເຫັນດີເປັນເອກະພາບກັບຂໍ້ສະເໜີຂອງທ່ານ Dato Lim Jock Hoi ເລຂາທິການໃຫຍ່ອາຊຽນ ແລະເຫັນດີເປັນເອກະພາບຄັດເລືອກທ່ານ ເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຫວຽດນາມ ປະຈຳ ຄະນະກຳມະການບັນດາຜູ້ຕາງໜ້າ ປະຈຳ ອາຊຽນ (CPR), ເປັນຮອງເລຂາທິການໃຫຍ່ອາຊຽນຄົນໃໝ່ຮັບຜິດຊອບວຽກງານປະຊາຄົມ ແລະວຽກງານພາຍໃນຂອງຄະນະເລຂາທິການອາຊຽນ ອາຍຸການ 2/2021-2/2024.

leftcenterrightdel
ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຖານະຕຳແໜ່ງເປັນຮອງເລຂາທິການໃຫຍ່ອາຊຽນ, ທ່ານ ເຈິ່ນດຶກບິ່ງ ຈະຮັບຜິດຊອບປະຕິບັດການບໍລິຫານວຽກງານພາຍໃນ, ບຸກຄະລາກອນ, ການເງິນ ແລະງົບປະມານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຄຸ້ມຄອງຂໍ້ມູນຂ່າວສານ, ຄຸ້ມຄອງບັນດາໂຄງການ ແລະລາຍການຮ່ວມມືກັບບັນດາຄູ່ຮ່ວມມືຂອງອາຊຽນ...

ໂດຍ: ເຈິ່ນຮວ່ຽນ