ນອກຈາກນັ້ນ, ໂຄງການ Atlas ນີ້ຍັງແນໃສ່ສ້າງວິທີການປິ່ນປົວພະຍາດມະເຮັງ, ພ້ອມທັງນຳເອົາກາລະໂອກາດສໍາຜັດກັບບັນດາວິທີການປິ່ນປົວທີ່ກ້າວໜ້າມາໃຫ້ປະຊາຊົນຢູ່ບັນດາປະເທດເຫຼົ່ານີ້.

leftcenterrightdel
ພາບປະກອບຄັດຈາກ: Alamy.

ເລື່ອງຄົ້ນຄວ້າໂຄງສ້າງ gene  ມະເຮັງແມ່ນໄດ້ນໍາໃຊ້ບັນດາເຕັກໂນໂລຢີຄືການວິເຄາະລະບົບ gene ເພື່ອແນໃສ່ກໍານົດການປ່ຽນແປງຂອງ DNA ແລະຊ່ວຍໃຫ້ແພດໝໍສ້າງວິທີການປິ່ນປົວພະຍາດມະເຮັງທີ່ສອດຄ່ອງໃຫ້ແກ່ຄົນເຈັບແຕ່ລະຄົນ. ຕາມ NCCJ ແລ້ວ, ໃນປະຈຸບັນ ມີຫຼາຍປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຍັງຂາດລະບົບການແພດທີ່ຈໍາເປັນ ເພື່ອປິ່ນປົວໃຫ້ຄົນເຈັບທີ່ເປັນມະເຮັງ.

ດ້ວຍການເປີດກວ້າງບັນດາການທົດລອງກັບຄົນເຈັບຢູ່ບັນດາປະເທດແຕກຕ່າງກັນ ແລະແບ່ງປັນບັນດາຂໍ້ມູນຂ່າວສານທີ່ກ່ຽວຂ້ອງ, ໂຄງການ Atlas ຈະຊ່ວຍຊຸກຍູ້ການປຸງແຕ່ງຢາທີ່ສາມາດປິ່ນປົວໃຫ້ຄົນເຈັບດັ່ງກ່າວໂດຍໄວ. ຄຽງຂ້າງນັ້ນ, ຍີ່ປຸ່ນ ຈະແບ່ງປັນບົດຮຽນໃນຂົງເຂດນີ້ຜ່ານບັນດາໂຄງການບຳລຸງກໍ່ສ້າງ ແລະຄົ້ນຄວ້າ.

ໂດຍ: ເກື່ອງດັ້ງ