ກອງປະຊຸມທາງໄກກວດກາຄືນບັນດາວຽກງານພວມຜັນຂະຫຍາຍຂອງອາຊຽນ ໃນການຮ່ວມມືຮັບມືກັບພະຍາດຂອງອາຊຽນ ແລະກະກຽມໃຫ້ກອງປະຊຸມສະພາປະສານງານອາຊຽນຄັ້ງທີ 27 (ເດືອນກັນຍາ 2020).

leftcenterrightdel
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນຫວຽດນາມ ທີ່ກອງປະຊຸມ ACCWG-PHE ຄັ້ງທີ 3. ພາບ: vov.vn.

ກ່າວຄໍາເຫັນໃນຖານະເປັນຜູ້ຕາງໜ້າໃຫ້ປະທານອາຊຽນ 2020, ທ່ານ ຫງວຽນກ໊ວກຢຸງ ໄດ້ສະເໜີໃຫ້ບັນດາປະເທດອາຊຽນ ແລະຄະນະເລຂາອາຊຽນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້, ຜັນຂະຫຍາຍບັນດາຂໍ້ລິເລີ່ມຮັບມື, ຕ້ານພະຍາດໂຄວິດ-19; ເຮັດສໍາເລັດລະບຽບການໂດຍໄວ ເພື່ອສາມາດຖະແຫຼງການສ້າງຕັ້ງສາງແຮອຸປະກອນການແພດພາກພື້ນອາຊຽນຢູ່ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 27 (ເດືອນກັນຍາ 2020), ເຮັດໃຫ້ສຳເລັດຂັ້ນຕອນຮັບມືກັບບັນດາສະພາວະສາທາລະນະສຸກສຸກເສີນໃນວົງຄະນະຍາດໃຫ້ບັນລຸມາດຕະຖານຂອງອາຊຽນ ເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ຮັບຮອງເອົາ.

ໃນວັນດຽວກັນ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນຫວຽດນາມ ແລະປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມປະສານງານປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນຄັ້ງທີ 12 (ASCCO-12) ຕາມຮູບການທາງໄກ.

ໂດຍ: ເຈິ່ນຮວ່ຽນ