leftcenterrightdel
ແຂກຢ້ຽມຊົມຢູ່ງານວາງສະແດງ. ພາບ: ຫງວຽນແທງ.

ງານວາງສະແດງໄດ້ແນະນຳຮູບພາບ 200 ແຜ່ນ, ໄດ້ຄັດເລືອກຈາກຮູບພາບກວ່າ 10.000 ແຜ່ນຂອງນັກຖ່າຍຮູບ 1.248 ຄົນທີ່ມາຈາກ 10 ປະເທດອາຊຽນ, ລວມມີ:  ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະໂປ, ໄທ ແລະຫວຽດນາມ.

ບັນດາຮູບພາບທີ່ແນະນຳໃນງານວາງສະແດງແມ່ນບັນດາຮູບພາບທີ່ມີຊີວິດຊີວາ, ແທ້ຈິງກ່ຽວກັບປະເທດຊາດ, ວັດທະນະທໍາ, ສັງຄົມ, ມະນຸດ, ເສດຖະກິດ, ບັນດາການເຄື່ອນໄຫວຮ່ວມມື, ພົບປະແລກປ່ຽນລະຫວ່າງບັນດາປະເທດສະມາຊິກອາຊຽນ. ຮູບພາບແຕ່ລະແຜ່ນຄືເປັນສານ, ຂອງຂວັນທີ່ມີຄວາມໝາຍເຮັດໃຫ້ເພື່ອນຜູ້ຊົມຮັບຮູ້ໄດ້ກ່ຽວກັບການດຳລົງຊີວິດທີ່ຟົດຟື້ນ, ວັດທະນະທໍາຫຼາຍຮູບຫຼາຍແບບ, ການພັດທະນາຂອງບັນດາປະເທດສະມາຊິກອາຊຽນ.

leftcenterrightdel
ຮູບພາບການຜະລິດຄັນຮົ່ມ Lanna, ຊຽງໃໝ່, ໄທ. ພາບ: ຫງວຽນແທງ.

ງານວາງສະແດງຮູບພາບ “ປະເທດຊາດ, ຊາວອາຊຽນ” ແມ່ນໂອກາດເພື່ອແນະນໍາບັນດາຮູບພາບທີ່ເປັນເອກະລັກສະເພາະ, ມີຄຸນນະພາບສິລະປະ, ໂຄສະນາຄວາມງາມຂອງປະເທດຊາດ, ທີວທັດທໍາມະຊາດ, ຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງແຕ່ລະປະເທດເຖິງມະຫາຊົນ. ນີ້ກໍ່ແມ່ນໂອກາດເພື່ອເພີ່ມທະວີຄວາມເຂົ້າໃຈກັນ, ສະໜິດຕິດພັນບັນດາປະເທດໃນກຸ່ມອາຊຽນ, ປະກອບສ່ວນສ້າງອາຊຽນ ໃຫ້ມີຄວາມສາມັກຄີ, ຂະຫຍັນຂັນເຄື່ອນ, ພັດທະນາ, ເປັນພາກພື້ນສັນຕິພາບ, ວັດທະນາຖາວອນ.

leftcenterrightdel
ຮູບພາບວັດ Kyaiktiyo Pagoda, ມຽນມາ. ພາບ: ຫງວຽນແທງ.

ພ້ອມກັນນັ້ນ, ງານວາງສະແດງກໍ່ອໍານວຍຄວາມສະດວກເພື່ອໃຫ້ປະຊາຊົນໄດ້ຊົມສິລະປະ ແລະຊອກຮູ້ກ່ຽວກັບປະເທດຊາດ, ປະຊາຊົນບັນດາປະເທດອາຊຽນ.

ງານວາງສະແດງໄດ້ໄຂຂຶ້ນແຕ່ນີ້ເຖິງວັນທີ 8 ກັນຍາ ຢູ່ສູນປະເມີນຜົນ ແລະງານວາງສະແດງວິຈິດສິນ, ຮູບຖ່າຍ (ຢູ່ເຮືອນເລກທີ 29 ຮ່າງບ່າຍ, ຮ່າໂນ້ຍ).

ໂດຍ: ກວຽດເຕີມ