leftcenterrightdel
ແມ່ນໍ້າຂອງຢູ່ Nakhon Phanom, ໄທ. ພາບ: bangkokpost .

ນີ້ແມ່ນການຮ່ວມມືຄັ້ງທໍາອິດລະຫວ່າງ MRC ແລະ Facebook ເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຊົນ 4 ປະເທດສະມາຊິກ MRC ລວມມີ ກໍາປູເຈຍ, ລາວ, ໄທ ແລະຫວຽດນາມ ກ່ຽວກັບລະບົບຂໍ້ມູນປ່າວເຕືອນໄພນໍ້າຖ້ວມ ແລະໄພແຫ້ງແລ້ງຂອງ MRC ແລະຍົກສູງຄວາມສາມາດການນໍາໃຊ້ບັນດາລະບົບເຕັກນິກດີຈີຕອນທາງອອນໄລໃຫ້ພະນັກງານໃນພາກພື້ນໄລຍະ 2020-2021.

ຕາມບົດລາຍງານຂອງສະຫະປະຊາຊາດກ່ຽວກັບຄວາມເສຍຫາຍດ້ານເສດຖະກິດ, ຄວາມທຸກຍາກອຶດຫິວ ແລະໄພທໍາມະຊາດ, ໃນ 2 ທົດສະວັດຜ່ານມາ,  ຄວາມເສຍຫາຍດ້ານເສດຖະກິດຢ່າງໂດຍກົງຍ້ອນໄພພິບັດທີ່ກ່ຽວຂ້ອງເຖິງດິນຟ້າອາກາດກໍ່ຂຶ້ນໄດ້ເພີ່ມຂຶ້ນ 250%. Facebook ຈະຝຶກອົບຮົມໃຫ້ພະນັກງານ 4 ປະເທດສະມາຊິກ MRC ກ່ຽວກັບການນໍາໃຊ້ບັນດາເຄື່ອງມືເຕັກນິກດີຈີຕອນທີ່ຕ່າງກັນເພື່ອໃຫ້ການແລກປ່ຽນຢ່າງມີປະສິດທິຜົນ ແລະວ່ອງໄວໃນ ແລະຫຼັງໄພພິບັດ.

ໂດຍ: ເກື່ອງດັ້ງ