leftcenterrightdel
ເຫດວາງລະເບີດກໍ່ການຮ້າຍຢູ່ຟິລິບປິນ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະບາດເຈັບ. ພາບ: AFP|ສໍານັກຂ່າວສານຫວຽດນາມ.

ຖະແຫຼງການດັ່ງກ່າວໄດ້ຊີ້ແຈ້ງວ່າ ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ກ່າວປະມານຢ່າງແຮງຕໍ່ການວາງລະເບີດກໍ່ການຮ້າຍໃນວັນທີ 24 ສິງຫາ ຜ່ານມາ ຢູ່ເກາະ Jolo, ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະຖືກບາດເຈັບ. ບັນດາລັດຖະມົນຕີໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງຕໍ່ລັດຖະບານ ແລະປະຊາຊົນຟິລິບປິນ, ພິເສດແມ່ນຄອບຄົວຂອງຜູ້ຖືກເຄາະຮ້າຍ, ພ້ອມທັງປາດຖະໜາວ່າບັນດາຄົນຖືກບາດເຈັບຈະດີຂື້ນໂດຍໄວ. ໃນຈຸດເວລາຫຍຸ້ງຍາກນີ້, ອາຊຽນ ຢັ້ງຢືນວ່າ ນໍ້າໃຈສາມັກຄີກັບລັດຖະບານ ແລະປະຊາຊົນຟິລິບປິນ, ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງລັດຖະບານຟິລິບປິນ ໃນການແກ້ໄຂເຫດການດັ່ງກ່າວ, ໄລ່ຈັບ ແລະກັກຕົວການມາພິພາກສາຍ້ອນເຫດກໍ່ການຮ້າຍຕ່າງໆ. ອາຊຽນ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບປະຊາຄົມສາກົນໃນການຕໍ່ສູ້ຕ້ານການກໍ່ການຮ້າຍພາຍໃຕ້ທຸກຮູບການ.

ໂດຍ: ເກື່ອງດັ້ງ