leftcenterrightdel
ບັນຍາກາດທີ່ກອງປະຊຸມທາງໄກ. ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ.

ທີ່ກອງປະຊຸມ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດຄູ່ຮ່ວມມືຂອງອາຊຽນ (ອາເມລິກາ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ເຢຍລະມັນ, ການາດາ, ນີວຊີແລນ...) ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງອາຊຽນ ໃນໄລຍະຜ່ານມາໃນການຊຸກຍູ້ການເຊື່ອມຈອດພາຍໃນອາຊຽນ ກໍ່ຄືການເຊື່ອມຈອດລະຫວ່າງອາຊຽນ ແລະພາກພື້ນ, ພ້ອມທັງຢືນຢັນສືບຕໍ່ໜູນຊ່ວຍອາຊຽນ ຜັນຂະຫຍາຍບັນດາໂຄງການໃນຂອບເຂດແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ (MPAC)  2025  ກໍ່ຄືການເຊື່ອມຈອດເວົ້າລວມ... ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນສ້າງປະຊາຄົມອາຊຽນ ແລະລະຫວ່າງອາຊຽນ ແລະບັນດາຄູ່ຮ່ວມມື, ໜູນຊ່ວຍການຟື້ນຟູ ແລະພັດທະນາເສດຖະກິດພາກພື້ນ.

ບັນດາປະເທດກໍ່ປຶກສາຫາລືບັນດາມາດຕະການເພື່ອຊຸກຍູ້ MPAC 2025 ໃນສະພາບພະຍາດໂຄວິດ-19, ຢັ້ງຢືນບັນດາຂົງເຂດຍຸດທະສາດຂອງ MPAC 2025 ແມ່ນສອດຄ່ອງທີ່ສຸດກັບແຜນການຟື້ນຟູຂອງອາຊຽນ ພາຍຫຼັງພະຍາດໂຄວິດ-19.

ໂດຍ: ດັ້ງເກື່ອງ