ນັ້ນແມ່ນບັນດາເນື້ອໃນທີ່ທ່ານ ຫງວຽນແຮວ່ງນໍາ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາຊຽນ ໄດ້ແບ່ງປັນ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ບັນດາອົງການຈັດຕັ້ງໃນພາກພື້ນມີຄວາມໝາຍຄືແນວໃດຕໍ່ຖານະຕໍາແໜ່ງຂອງແຕ່ລະປະເທດ?

ທ່ານເອກອັກຄະລັດຖະທູດ ຫງວຽນແຮວ່ງນໍາ: ອາດເວົ້າໄດ້ວ່າ, ປັດຈຸບັນ, ທ່າອ່ຽງເຊື່ອມຕໍ່ຫຼາຍຊັ້ນ, ຫຼາຍໃຈກາງແມ່ນທ່າອ່ຽງທ່ົວໄປຢູ່ພາກພື້ນ ແລະໃນໂລກ, ໂດຍອີງໃສ່ຜົນປະໂຫຍດຂອງແຕ່ລະປະເທດ. ເມື່ອພວກເຮົາເຂົ້າຮ່ວມບໍ່ວ່າໃນອົງການຈັດຕັ້ງໃດ, ຖານະຕໍາແໜ່ງຂອງປະເທດຊາດຈະເພີ່ມຂຶ້ນ. ຖ້າແຍກອອກຕ່າງຫາກ, ປະເທດໃດກໍ່ຈະປະສົບກັບຄວາມຫຍຸ້ງຍາກເມື່ອແກ້ໄຂບັນຫາຂັ້ນພາກພື້ນ ແລະທົ່ວໂລກ.

ນັກຂ່າວ: ພາຍຫຼັງເຫດການອັງກິດ ເອົາຄວາມເຫັນຂອງປະຊາຊົນກ່ຽວກັບເລື່ອງຖອນຕົວອອກຈາກສະຫະພາບເອີລົບ (ອີຢູ) ໄດ້ມີຫຼາຍຄົນຖືວ່າ ທ່າອ່ຽງຫັນເປັນພາກພື້ນພວມຖືກຜົນສະທ້ອນຢ່າງຫຍໍ້ທໍ້, ແທນທີ່ນັ້ນລັດທິຊົນຊາດເພີ່ມຂຶ້ນສູງ. ທ່ານເອກອັກຄະລັດຖະທູດມີແນວຄວາມຄິດເຫັນຄືແນວໃດກ່ຽວກັບຂໍ້ສັງເກດນັ້ນ?

ທ່ານເອກອັກຄະລັດຖະທູດ ຫງວຽນແຮວ່ງນໍາ: ບັນຫາທີ່ເກີດຂຶ້ນຢູ່ອີຢູ ອາດຈະເລີ່ມມາຈາກຫຼາຍສາຍເຫດ. ເມື່ອທຽບໃສ່ກັບອີຢູແລ້ວ, ອາຊຽນ ມີຄວາມແຕກຕ່າງກັນຫຼາຍຢ່າງ, ອາຊຽນແມ່ນອົງການຈັດຕັ້ງໃນພາກພື້ນທີ່ພັດທະນາເທື່ອລະກ້າວ. ຫຼັກການພື້ນຖານຂອງອາຊຽນແມ່ນບັນດາຂໍ້ຕົກລົງທີ່ໄດ້ຍົກອອກມານັ້ນຈະຕ້ອງອີງຕາມຄວາມເຫັນດີເຫັນພ້ອມຂອງບັນດາປະເທດສະມາຊິກ. ບັນດາສະມາຊິກຮັບຮູ້ໄດ້ວ່າ, ຖ້າແຍກອອກຈາກອາຊຽນແມ່ນບໍ່ມີຜົນປະໂຫຍດ. ມາຮອດປັດຈຸບັນ, ອາຊຽນຍັງຄົງແມ່ນອົງການຈັດຕັ້ງໄດ້ຮັບຄວາມສົນໃຈຈາກບັນດາຄູ່ຮ່ວມມືໃຫຍ່.

ທີ່ນະຄອນຫຼວງ Jakarta (ອິນໂດເນເຊຍ), ນອກຈາກຄະນະຜູ້ຕາງໜ້າປະຈໍາການຂອງບັນດາປະເທດອາຊຽນແລ້ວ ຍັງມີ 10 ອົງການຕາງໜ້າຂອງບັນດາປະເທດຄູ່ຮ່ວມມື ແລະອົງການຈັດຕັ້ງໃນພາກພື້ນອາຊຽນ, ຄື: ອີຢູ, ອາເມລິກາ, ການາດາ, ອິນເດຍ, ສ.ເກົາຫຼີ, ຍີ່ປຸ່ນ... ບັນດາຄູ່ຮ່ວມມືດັ່ງກ່າວລ້ວນແຕ່ພວມຢາກຍົກລະດັບສາຍພົວພັນກັບອາຊຽນ. ສາມາດຢັ້ງຢືນໄດ້ວ່າ, ອາຊຽນແມ່ນແບບຢ່າງທີ່ປະສົບຜົນສໍາເລັດໃນພາກພື້ນ. ໃນອາຊຽນມີຜົນປະໂຫຍດລະຫວ່າງປະເທດສະມາຊິກດ້ວຍກັນ, ສະນັ້ນ, ສະມາຄົມອາຊຽນປະສົບກັບບາງສິ່ງທ້າທາຍກໍ່ແມ່ນສິ່ງທີ່ຈໍາເປັນ, ແຕ່ສິ່ງສໍາຄັນທີ່ສຸດແມ່ນບັນດາປະເທດຄວນຊອກໄດ້ຜົນປະໂຫຍດລວມ, ສ້າງອາຊຽນທີ່ມີຄວາມເປັນເອກະພາບ, ມີທັດສະນະລວມ ແລະນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ໝົດທຸກຄົນ.

leftcenterrightdel
ທ່ານ ຫງວຽນແຮວ່ງນໍາ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ. ພາບ: baotintuc.vn.

ນັກຂ່າວ:  ປະຊາຊົນຫຼາຍຄົນຍັງບໍ່ທັນມີຄວາມຮູ້ສຶກກ່ຽວກັບປະຊາຄົມອາຊຽນ, ບັນຫານີ້ໄດ້ສໍາຜັດ ແລະແກ້ໄຂຄືແນວໃດໃນວົງການການນໍາຂອງສະມາຄົມອາຊຽນ?

ທ່ານເອກອັກຄະລັດຖະທູດ ຫງວຽນແຮວ່ງນໍາ: ວັດທະນະທໍາ-ສັງຄົມແມ່ນໜຶ່ງໃນ 3 ເສົາຄໍ້າຫຼັກແຫຼ່ງຂອງປະຊາຄົມ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຜ່ານມາ, ປະຊາຊົນອາຊຽນພັດມີຄວາມຮູ້ສຶກກ່ຽວກັບເສົາຄໍ້າເສດຖະກິດຫຼາຍກວ່າເມື່ອທຽບໃສ່ເສົາຄໍ້າວັດທະນະທໍາ-ສັງຄົມ. ບັນດາການນໍາຍາມໃດກໍ່ມານະພະຍາຍາມສ້າງບັນດາແຜນການຢູ່ທັງຂັ້ນລັດຖະບານ ແລະຂັ້ນປະຊາຊົນເພື່ອເພີ່ມທະວີຄວາມຮູ້ສຶກກ່ຽວກັບປະຊາຄົມໃນປະຊາຊົນອາຊຽນໃຫ້ຫຼາຍກວ່າອີກ. ຢູ່ຂັ້ນສູງ, ຄວາມຮູ້ສຶກກ່ຽວກັບປະຊາຄົມອາຊຽນຄືຄອບຄົວດຽວແມ່ນຈະແຈ້ງແລ້ວ, ແຕ່ວ່າຢູ່ຂັ້ນຕໍ່າກວ່າຄວາມຮູ້ສຶກກ່ຽວກັບປະຊາຄົມຍັງບໍ່ທັນມີຫຼາຍ, ຍ້ອນເຫດນັ້ນ, ປັດຈຸບັນຈຶ່ງມີບາງຄໍາຄິດເຫັນໂດຍຖືວ່າ “ຄວາມຮູ້ສຶກກ່ຽວກັບປະຊາຄົມ” ຕ້ອງແມ່ນເສົາຄໍ້າທີ 4 ແລະບັນດາປະເທດສະມາຊິກລ້ວນແຕ່ພະຍາຍາມກໍ່ສ້າງ ແລະພັດທະນາເສົາຄໍ້ານັ້ນ ເພື່ອແນໃສ່ນໍາປະຊາຄົມຢູ່ໃກ້ກັບປະຊາຊົນແຕ່ລະຄົນກວ່າອີກ.

ນັກຂ່າວ: ໂດຍແມ່ນຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ, ຂໍຮຽນທ່ານເອກອັກຄະລັດຖະທູດ ໃຫ້ຮູ້ກ່ຽວກັບຖານະຕໍາແໜ່ງຂອງຫວຽດນາມໃນອາຊຽນ?

ທ່ານເອກອັກຄະລັດຖະທູດ ຫງວຽນແຮວ່ງນໍາ: ນັບແຕ່ກ່ອນຈົນມາຮອດປັດຈຸບັນ,  ເລື່ອງຫວຽດນາມເຂົ້າເປັນສະມາຊິກອາຊຽນ ໄດ້ຮັບການຕີລາຄາສູງຈາກບັນດາປະເທດ. ຫວຽດນາມ ມີຖານະຕໍາແໜ່ງສຳຄັນຫຼັກແຫຼ່ງໃນປະຊາຄົມອາຊຽນ, ເຊິ່ງກ່ຽວຂ້ອງເຖິງການຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ບົດບາດໃຈກາງ, ຄວາມສາມັກຄີໃນອາຊຽນ ແລະບັນຫາທະເລຕາເວັນອອກ. ໃນໄລຍະຈະມາເຖິງ, ຫວຽດນາມຄວນມີບາດກ້າວເດີນຢ່າງມີແບບແຜນກວ່າອີກເພື່ອປະກອບສ່ວນເຂົ້າບັນຫາຫຼັກແຫຼ່ງຂອງປະຊາຄົມ. ຖານະຕໍາແໜ່ງຂອງພາກພື້ນ ແລະສາກົນໃນປັດຈຸບັນແມ່ນກາລະໂອກາດໃຫ້ແກ່ຫວຽດນາມ ຕັ້ງໜ້າກໍ່ສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ, ຜັນຂະຫຍາຍວິໄສທັດ 2025 ແລະແຜນການສັງລວມໂດຍຜ່ານບັນດາຂໍ້ລິເລີ່ມ ແລະການສົມທົບກັບປະເທດຕ່າງໆ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ຍ້ອນເຫດໃດຫວຽດນາມ ຈຶ່ງມີຖານະຕໍາແໜ່ງນັ້ນ?

ທ່ານເອກອັກຄະລັດຖະທູດ ຫງວຽນແຮວ່ງນໍາ:  ຂ້າພະເຈົ້າຖືວ່າ, ຫວຽດນາມມີຖານະຕໍາແໜ່ງນັ້ນໃນອາຊຽນ ແມ່ນຍ້ອນມີນະໂຍບາຍ ຍາມໃດກໍ່ຖືເປັນສໍາຄັນການພັດທະນາສາຍພົວພັນກັບອາຊຽນ ແລະບັນດາປະເທດອາຊຽນ. ຫວຽດນາມ ຍາມໃດກໍ່ຜັນຂະຫຍາຍບັນດາແຜນການຂອງສະມາຄົມອາຊຽນ, ຈາກນັ້ນໄດ້ສ້າງຂີດໝາຍສໍາຄັນໃນການພັດທະນາຂອງອາຊຽນ ແລະສ້າງອິດທິພົນຊື່ສຽງ, ພາບພົດຂອງຫວຽດນາມໃນອາຊຽນເທື່ອລະກ້າວ.

ຄຽງຂ້າງນັ້ນ, ຫວຽດນາມມີສາຍພົວພັນຄູ່ຮ່ວມມືຍຸດທະສາດກັບຫຼາຍປະເທດໃນອາຊຽນ ແລະບັນດາປະເທດໃຫຍ່ໃນໂລກ. ສ່ວນທາງຄະນະຜູ້ຕາງໜ້າ, ພວກເຮົາກໍ່ໄດ້ ແລະກໍາລັງສົມທົບກັບພາຍໃນປະເທດ ແລະອົງການຜູ້ຕາງໜ້າຂອງປະເທດອື່ນປະຈໍາອາຊຽນ ເພື່ອສ້າງມາດຕະການລະອຽດແນໃສ່ປະຕິບັດແຜນການເຊື່ອມຕໍ່ 2025, ຮ່ວມສໍາພັນທາງດ້ານເສດຖະກິດອາຊຽນ ແລະສ້າງກົນໄກສົມທົບກັນຕິດຕາມກວດກາ, ແກ້ໄຂບັນຫາລະຫວ່າງຂະແໜງການຕ່າງໆ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ທູຈາງ