ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຖືວ່າຄວນເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ບັນດາປະເທດໃນວຽກງານຄົ້ນພົບ, ສືບສວນສອບສວນ, ດຳເນີນຄະດີອາດຊະຍາກອນກໍ່ການຮ້າຍ ແລະບັນດາອາດຊະຍາກອນອັນຕະລາຍຮ້າຍແຮງອື່ນ; ເພີ່ມທະວີການຄຸ້ມຄອງຊາຍແດນ ແລະປ້ອງກັນ, ຕ້ານການອຸປະຖຳໃຫ້ແກ່ການກໍ່ການຮ້າຍ. ຕາມທ່ານ ດັ້ງດິ່ງກຸ໊ຍ ແລ້ວ, ບັນດາມາດຕະການປ້ອງກັນ, ຕ້ານການກໍ່ການຮ້າຍຂອງບັນດາປະເທດ, ອົງການຈັດຕັ້ງສາກົນຕ່າງໆນັ້ນຕ້ອງສອດຄ່ອງກັບຫຼັກການ ແລະເປົ້າໝາຍຂອງກົດບັດ ສປຊ, ກໍ່ຄືບັນດາພັນທະກົດໝາຍສາກົນ.

leftcenterrightdel
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ ດັ້ງດິ່ງກຸ໊ຍ ແລ້ວ, ຂໍກຸນແຈຜົນສຳເລັດໃນການປ້ອງກັນ, ຕ້ານການກໍ່ການຮ້າຍແມ່ນສະກັດກັ້ນ ແລະແກ້ໄຂບັນດາສາຍເຫດຕົ້ນຕໍ, ລວມມີ: ຄວາມອຶດຫິວທຸກຍາກ, ການຈຳແນກການປະພຶດ, ບໍ່ຍຸຕິທຳ ແລະຂາດຄວາມສະເໝີພາບໃນສັງຄົມ. ທ່ານກໍ່ເນັ້ນໜັກວ່າບັນດາປະເທດ ແລະລະບົບ ສປຊ ຄວນຕັ້ງໜ້າໜູນຊ່ວຍໃຫ້ບັນດາອົງການຈັດຕັ້ງພາກພື້ນ, ອະນຸພາກພື້ນໃນ ການຊຸກຍູ້ການເຈລະຈາ, ການຮ່ວມມືສາກົນກ່ຽວກັບການປ້ອງກັນ, ຕ້ານການກໍ່ການຮ້າຍ.

ໂດຍ: ເຈິ່ນຮວ່ຽນ