ໄດ້​ດຳ​ເນີນ​ຈາກ​ວັນ​ທີ 5 ຫາ​ວັນ​ທີ 25 ​ເດືອນ​ມິຖຸນາ ​ຜ່ານ​ມາ ​ໂດຍ​ມີຊ່ຽວຊານ​ເສດຖະສາດ 38 ຄົນ ​ແລະບັນດານັກວິ​ເຄາະໃນ 6 ພື້ນຖານເສດຖະກິດດັ່ງກ່າວເຂົ້າຮ່ວມ. ຜ​ົນການ​ສຳ​ຫລວດ​​​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ແງ່​ຫວັງ​ສຳລັບບ​ັນດ​າ​ເສດຖະກິດ​ອາຊີມີ​ທ່າ​ອ່ຽງຫລຸດ​ລົງ​ຫລາຍກວ່າ​ໃນ​ໄຕ​ມາດ 2 ນີ້ຈາກຜົນ​ກະທົບ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະການ​ຈຳກັດ​ທຸລະ​ກິດ​ຕ່າງໆພວມ​ເພີ່ມ​ຂຶ້ນ ​ໃນ​ທົ່ວ​ພາກ​ພື້ນ​ນີ້. ​​ໃນ​ໄຕ​ມາດ 2, ​ເສດຖະກິດອາ​ຊຽນ-5 ​ແລະອິນ​ເດຍ ​ໄດ້​ຫລຸດລົງ​ຢ່າງ​ຫລວງຫລາຍ ​ແລະຈະ​ເລີ​ນ​ເຕີບ​ໂຕ​ຂຶ້ນ ​​ໃນ​ລະດັບ​ລົບ​ໃນ​ປີ​ນີ້.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ອັດຕາ​ການ​ວ່າງ​ງານພວມ​ມີ​ທ່າ​ອ່ຽງເພີ່ມ​ຂຶ້ນ​ເຊັ່ນ​ກັນ. ບັນດາຊ່ຽວຊານ​ເສດຖະສາດຫວັງ​ວ່າບັນດາ​ພື້ນຖາ​ນ​ເສດຖະກິດອາດ​ຈະ​ຟື້ນ​ຟູ​ຄືນ​ໃນ​ໄລຍະ​ກາງ​ທ້າຍ​ປີ​ນີ້​ແຕ່​ການ​ຟື້ນ​ຟູ​ອາດ​ຈະ​ມີ​ຂຶ້ນຖ້າ​ພະຍາດ​ໂຄ​ວິດ-19 ສາມາດ​ຄວບ​ຄຸມ​ໄດ້. ນອກຈາກ​ນັ້ນພະຍາດ​ໂຄ​ວິດ-19, ຊ່ຽວຊານເສດຖະສາດຍັງລະບຸ​ວ່າ ການ​ພົວພັນ​ລະຫວ່າງ ສ.ອາ​ເມ​ລິ​ກາ-ຈີນ ຈະ​​ແມ່ນປັດ​ໄຈໜຶ່ງທ່ີ​ສົ່ງ​ຜົນ​ກະທົບ​ເຖິງ ​ບັນດາ​ເສດຖະກິດ​ດັ່ງກ່າວ.

JCER ຄາດ​ວ່າລະດັບ​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ອາ​ຊຽນ-5 ໃນ​ໄຕ​ມາດ 2 ນິ້ຢູ່​​ໃນ​ລະ​ດັບລົບ 7,8% ຫລຸດ​ລົງ​ 9,7 ຈຸດ​ເມື່ອ​ທຽບ​ໃສ່ຜົນ​ການ​ສຳ​ຫລວດ​ເມື່ອ​ເດືອນ​ມີ​ນາ​ຜ່ານ​ມາ. 5 ພື້ນຖານ​ເສດຖະກິດ​ຈະເລີນເຕີບໂຕຫລຸດລົງ. ໃນ​ນັ້ນ ມ​າ​ເລ​ເຊຍ, ​ໄທ ​ແລະສິງກະ​​ໂປ ອາດ​ຈະ​ລື່ນ​ກາຍ 10%.​ ສ່ວນ​ເສດຖະກີດ​ອິນ​ເດຍ ​ຫລຸດ​ລົງ 20,6% ​ໃນ​ໄຕ​ມາດ 2 ຜ່ານ​ມາ ​ແລະຈະ​​ເລີ​ນ​ເຕີບ​ໂຕ​ໃນ​ລະດັບ​ລົບ 5,1% ​ໃນ​ສົກ​ການ​ເງິນ 2020-2021.

ເນື້ອໃນ: ຂປລ