leftcenterrightdel
ການເດີນຂະບວນສວນສະໜາມຂອງບຸກຄົນທີ່ສະໜັບສະໜູນພັກກໍາມະກອນ ພາຍຫຼັງປະກາດໝາກຜົນການເລືອກຕັ້ງ. ພາບ: THX/ສໍານັກຂ່າວສານຫວຽດນາມ.

ໃນການເລືອກຕັ້ງທົ່ວປະເທດຢູ່ ສິງກະໂປ ທີ່ໄດ້ດໍາເນີນໃນວັນທີ 10 ກໍລະກົດ ໄດ້ເຫັນປະຈັກຕາໄຊຊະນະຢ່າງຂາດຂັ້ນຂອງພັກກະທໍາເພື່ອປະຊາຊົນ (PAP) ກໍາອໍານາດໂດຍຍາດໄດ້ 83/93 ທີ່ນັ່ງສະມາຊິກສະພາແຫ່ງຊາດໃນສະພາແຫ່ງຊາດຊຸດໃໝ່. ພັກກໍາມະກອນ (WP) ຍາດໄດ້ພຽງແຕ່ 10 ທີ່ນັ່ງເທົ່ານັ້ນ ແລະ ສືບຕໍ່ແມ່ນພັກຝ່າຍຄ້ານໜຶ່ງດຽວທີ່ມີທີ່ນັ່ງໃນສະພາແຫ່ງຊາດ.

ເຖິງວ່າຍາດໄດ້ຈໍານວນທີ່ນັ່ງຫຼາຍກໍ່ຕາມແຕ່ອັດຕາບັດເລືອກຕັ້ງຂອງພັກ PAP ໃນປີນີ້ບັນລຸໄດ້ແຕ່ 61,24%, ເຊິ່ງຫຼຸດລົງຫຼາຍພໍສົມຄວນເມື່ອທຽບໃສ່ອັດຕາ 69,9% ຂອງປີ 2015.

ຕາມແຈ້ງການຂອງອົງການເລືອກຕັ້ງສິງກະໂປ ແລ້ວ, ການເລືອກຕັ້ງທົ່ວປະເທດປີນີ້ໄດ້ດຶງດູດຜູ້ມີສິດເລືອກຕັ້ງໄປປ່ອນບັດຫຼາຍກວ່າ 2,5 ລ້ານຄົນ, ກວມເອົາເຖິງ 95,63% ຈໍານວນຜູ້ຈົດທະບຽນ.

ແຫຼ່ງຄັດຈາກ: vovworld.vn