ດ້ວຍຄວາມສາມາດບົ່ມຊ້ອນກ່ຽວກັບທີ່ດີນ, ໃນຊຸມປີມໍ່ໆມານີ້, ຂະແໜງກະສິກໍາຂອງລາວ ໄດ້ມີບາດກ້າວພັດທະນາພໍສົມຄວນເມື່ອດຶງດູດວິສາຫະກິດຕ່າງປະເທດຫຼາຍແຫ່ງເຂົ້າມາລົງທຶນປູກ ແລະປຸງແຕ່ງຜະລິດຕະພັນກະເສດສົ່ງອອກ.

ນອກຈາກເຂົ້າສານ, ສາລີ, ໝາກມ່ວງຫິມະພານ, ໝາກເຜັດ, ຖົ່ວປະເພດຕ່າງໆແລ້ວ, ກາເຟ, ກ້ວຍ... ໄດ້ຮັບຖືວ່າແມ່ນຜະລິດຕະພັນກະເສດປະເພດຕ່າງໆ ທີ່ສົ່ງອອກຕົ້ນຕໍຂອງລາວ ດ້ວຍເຂດວັດຖຸດິບຫຼາຍແຫ່ງໂດຍບັນດາວິສາຫະກິດຫວຽດນາມ, ໄທ, ຈີນ... ລົງທຶນຢູ່ບັນດາແຂວງ: ອັດຕະປື, ຈໍາປາສັກ, ນະຄອນຫຼວງວຽງຈັນ.

leftcenterrightdel
ກໍາມະກອນບໍລິສັດກະສິກໍາຮ່ວາງແອັງອັດຕະປື (ລາວ)  ຫໍ່ໝາກກ້ວຍເພື່ອສົ່ງອອກ. ພາບ: vov.vn.

ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ລາວ ໃຫ້ຮູ້ວ່າ ລາວໄດ້ສໍາເລັດການເຈລະຈາສົ່ງອອກຜະລິດຕະພັນກະເສດ 12 ປະເພດ ໄປຍັງຕະຫຼາດໄທ ແລະ 13 ປະເພດເຂົ້າຕະຫຼາດຫວຽດນາມ.

ເພື່ອສົ່ງເສີມການສົ່ງອອກ, ລັດຖະບານລາວ ປະຕິບັດຫຼາຍນະໂຍບາຍບຸລິມະສິດເພື່ອໃຫ້ບັນດາວິສາຫະກິດພາຍໃນ ແລະຕ່າງປະເທດເພີ່ມທະວີການຮ່ວມມືກັບຊາວກະສິກອນ ແລະຍູ້ແຮງການໝູນໃຊ້ເຕັກໂນໂລຢີທີ່ກ້າວໜ້າເຂົ້າໃນການຜະລິດ, ປຸງແຕ່ງ; ແກ້ໄຂຂໍ້ຕິດຂັດກ່ຽວກັບການບໍລິການຂົນສົ່ງສິນຄ້າຜ່ານຊາຍແດນ, ພັດທະນາຊັບພະຍາກອນມະນຸດໃນຂົງເຂດກະສິກໍາ.

ໂດຍ: ທູຈາງ