ອາຊຽນ ອອກຖະແຫຼງການສະແດງຄວາມເສົ້າສະຫຼົດໃຈຕໍ່ເຫດບໍ່ແຮ່ຢົກ ຖະຫຼົ່ມຢູ່ມຽນມາ
ກປ.ອອນໄລ - ຕໍ່ໜ້າເລື່ອງຝົນຕົກລົງມາຢ່າງໜັກໃນຫຼາຍມື້ຜ່ານມາເຮັດໃຫ້ບໍ່ແຮ່ຢົກຖະຫຼົ່ມ ທີ່ລັດ Kachin, ທາງພາກເໜືອຂອງມຽນມາ, ເຮັດໃຫ້ມີຜູ້ເສຍຊີວິດ ແລະຮັບບາດເຈັບຢ່າງຫຼວງຫຼາຍ, ຕາມການສະເໜີຂອງຫວຽດນາມ ໃນຖານະເປັນປະທານອາຊຽນ, ໃນວັນທີ 4 ກໍລະກົດ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ອອກຖະແຫຼງການສະແດງຄວາມເສົ້າສະຫຼົດໃຈ ແລະແບ່ງເບົາຄວາມໂສກເສົ້າຢ່າງສຸດຊຶ້ງ ມາຍັງລັດຖະບານ ແລະປະຊາຊົນມຽນມາ.
|
|
ວຽກງານກູ້ໄພພາຍຫຼັງເກີດເຫດບໍ່ແຮ່ຢົກ ຖະຫຼົ່ມ. ພາບ: AFP |
ແບ່ງເບົາກັບມຽນມາ ໃນຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກໃນປະຈຸບັນ, ບັນດາປະເທດອາຊຽນ ໄດ້ຢັ້ງຢືນອີກເທື່ອໜຶ່ງເຖິງຄວາມສາມັກຄີ ກໍຄືຄໍາໝັ້ນສັນຍາພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍມຽນມາ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ມຽນມາ ຈະແກ້ໄຂຜົນຮ້າຍຢ້ອນຫຼັງຢ່າງວ່ອງໄວ ແລະຜ່ານຜ່າໄພພິບັດອັນຮ້າຍແຮງນີ້.
ເລື່ອງບັນດາລັດຖະມົນຕີການຕ່າງປະເທດອາຊຽນ ອອກຖະແຫຼງການກ່ຽວກັບອຸບັດເຫດບໍ່ແຮ່ຢົກຖະຫຼົ່ມ ທີ່ລັດ Kachin ນັ້ນ, ສະແດງໃຫ້ເຫັນວ່າ ອາຊຽນ ຍາມໃດກໍ່ຕິດຕາມຢ່າງໃກ້ຊິດ ແລະສົມທົບທັດສະນະ, ການກະທໍາໂດຍໄວຕໍ່ບັນດາເຫດການທີ່ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະສາກົນ ກໍຄືຊີວິດຂອງປະຊາຊົນ. ກ່ອນໜ້ານັ້ນ,ໃນເດືອນມັງກອນ ປີ 2020, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອອກຖະແຫຼງການສະເພາະກ່ຽວກັບຄວາມເຄັ່ງຕຶງລະຫວ່າງອາເມລິກາ ແລະອີຣານ ແລະໄຟໄໝ້ປ່າຢູ່ອົດສະຕາລີ.
ໂດຍ: ໄຊຊະນະ