ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບໝາກຜົນກອງປະຊຸມປະຈຳປີອາຊຽນ-ຈີນ ທີ່ຫາກໍ່ດໍາເນີນໃນວັນທີ 1 ກໍລະກົດແບບທາງໄກ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ່ວ່າ ອາຊຽນ ແລະຈີນ ໄດ້ແລກປ່ຽນບັນດາເນື້ອໃນຮ່ວມມືລະອຽດ, ພິເສດສອງຝ່າຍໃຫ້ຄໍາໝັ້ນສັນຍາສືບຕໍ່ຊຸກຍູ້ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ປາດຖະໜາຢາກຊຸກຍູ້ການເຈລະຈາ COC ໂດຍໄວເມື່ອເງື່ອນໄຂອະນຸຍາດ, ພ້ອມທັງເນັ້ນໜັກເຖິງການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຄົບຖ້ວນ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ມິງຕ໊ວນ.

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ກຳນົດທິດສໍາຄັນຈຳນວນໜຶ່ງໃນການຮ່ວມມືອາຊຽນ ແລະຈີນ ໃນໄລຍະຈະມາເຖິງ, ບົນພື້ນຖານຜັນຂະຫຍາຍປະສິດທິຜົນວິໄສທັດຄູ່ຮ່ວມມືຍຸດທະສາດອາຊຽນ-ຈີນ ປີ 2030. ໃນນັ້ນມີການຍູ້ແຮງແຫຼ່ງເສດຖະກິດດີຈີຕອນ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການຮ່ວມມືຮັບມືກັບສິ່ງທ້າທາຍພວມພົ້ນເດັ່ນຂຶ້ນ, ຄື: ຄວາມໝັ້ນຄົງທາງອິນເຕີແນັດ, ໄພທໍາມະຊາດ, ອາດຊະຍາກໍາຂ້າມຊາດ, ອາຊຽນ ແລະຈີນ ກໍ່ໄດ້ແລກປ່ຽນບັນດາເນື້ອໃນຮ່ວມມືລະອຽດ, ແທດຈິງ ແລະຫຼຸດຜ່ອນການຮັບມືກັບຜົນກະທົບຂອງພະຍາດໂຄວິດ-19. ຈີນ ຢັ້ງຢືນສະໜັບສະໜູນກອງທຶນອາຊຽນຮັບມືກັບພະຍາດໂຄວິດ-19 ແລະສາງແຮວັດຖຸອຸປະກອນການແພດສຸກເສີນຂອງອາຊຽນ, ຍົກອອກບັນດາຂໍ້ສະເໜີຮ່ວມມືໃໝ່, ໃນນັ້ນມີການຈັດຕັ້ງເວທີປາໄສອາຊຽນ-ຈີນ, ກ່ຽວກັບການຮ່ວມມືດ້ານການແພດ, ການຄົ້ນຄວ້າບັນດາແລວການໄປມາຢ່າງປອດໄພລະຫວ່າງ ຈີນ ແລະບັນດາປະເທດອາຊຽນ.

ໂດຍ: ເຈິ່ນຮວ່ຽນ