leftcenterrightdel
ພາລະກອນໃສ່ຜ້າອັດປາກ-ອັດດັງເພື່ອປ້ອງກັນເຊື້ອພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ, ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມນັກຂ່າວສໍານັກຂ່າວສານຫວຽດນາມ ຢູ່ນະຄອນຫຼວງວຽງຈັນ, ວັນທີ 30 ມິຖຸນາ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາວ ອອກແຈ້ງການສະບັບເລກທີ 697/VPTT ໃຫ້ຮູ້ວ່າ ຕໍ່ໜ້າບັນດາການຜັນແປຢ່າງສັບສົນທີ່ສຸດຂອງເຊື້ອພະຍາດໃນພາກພື້ນ ແລະໂລກ, ລາວ ບໍ່ອາດລະເຫຼີງ ແລະບໍ່ໃຫ້ເຊື້ອພະຍາດແຜ່ລະບາດຄືນໃໝ່. ລັດຖະບານລາວ ຈະສືບຕໍ່ປິດບັນດາດ່ານປະເພນີ, ດ່ານທ້ອງຖິ່ນສໍາລັບການເຄື່ອນໄຫວເຂົ້າອອກເມືອງທົ່ວໄປ ແລະຂົນສົ່ງສິນຄ້າ, ຍົກເວັ້ນບາງດ່ານຊາຍແດນທີ່ໄດ້ຮັບການອະນຸຍາດຈາກລັດຖະບານລາວ. ບັນດາດ່ານສາກົນຍັງສືບຕໍ່ປິດປະຕູສໍາລັບການເຄື່ອນໄຫວເຂົ້າອອກເມືອງທົ່ວໄປ, ຍົກເວັ້ນພົນລະເມືອງລາວ, ຄົນຕ່າງປະເທດທີ່ມີຄວາມຕ້ອງການເຂົ້າເມືອງລາວຢ່າງຮີບດ່ວນ, ເຖິງຢ່າງໃດກໍ່ຕາມ, ເຂົາເຈົ້າຕ້ອງໄດ້ຮັບການອະນຸຍາດຈາກຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19.

ຕາມແຈ້ງການທີ່ມີຜົນສັກສິດໃນລະຫວ່າງວັນທີ 1-31 ກໍລະກົດ, ລາວ ຈະສືບຕໍ່ຢຸດຕິການອອກວີຊາທ່ອງທ່ຽວ, ຢ້ຽມຢາມສໍາລັບພົນລະເມືອງທີ່ມາຈາກ ຫຼືຜ່ານແດນຢູ່ບັນດາປະເທດມີພະຍາດໂຄວິດ-19, ຍົກເວັ້ນພາລະກອນການທູດ, ນັກລົງທຶນ, ນັກທຸລະກິດ, ນັກຊ່ຽວຊານ ແລະຜູ້ອອກແຮງງານທີ່ເຮັດວຽກທີ່ບັນດາໂຄງການສໍາຄັນຢູ່ລາວ.

ໂດຍ: ຈາງຫງວຽນ