leftcenterrightdel
ດ່ານສາກົນນ້ຳພາວຂອງ ສປປ ລາວ. ພາບ: tintaynguyen.com.

ໃນວັນດຽວກັນ, ກະຊວງການຕ່າງປະເທດ ແລະການຮ່ວມມືສາກົນກໍາປູເຈຍ ກໍ່ໄດ້ມີຈົດໝາຍທາງການໂດຍແຈ້ງໃຫ້ຊາບກ່ຽວຂ້ອງເຖິງເລື່ອງໄປມາຜ່ານດ່ານຊາຍແດນລະຫວ່າງຫວຽດນາມ ແລະກໍາປູເຈຍ ເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງໃນການຕິດແປດ ແລະສະກັດກັ້ນໂລກພະຍາດ ໂຄວິດ-19. ຕາມນັ້ນແລ້ວ, ການເຂົ້າເມືອງກໍາປູເຈຍ ຂອງປະຊາຊົນຫວຽດນາມ ແລະການເຂົ້າເມືອງຫວຽດນາມ ຂອງປະຊາຊົນກໍາປູເຈຍ ຜ່ານທາງບົກ, ທາງນໍ້າ ແລະທາງອາກາດແມ່ນໄດ້ຢຸດຕິຊົ່ວຄາວນັບແຕ່ເວລາ 23 ໂມງ 59 ນາທີ ຂອງວັນທີ 20 ມີນາ 2020. ມາດຕະການດັ່ງກ່າວແມ່ນຍົກເວັ້ນສໍາລັບຊາວຫວຽດນາມ ແລະຊາວກຳປູເຈຍ ທີ່ຖືໜັງສືຜ່ານແດນທາງການທູດ.

ຝ່າຍກໍາປູເຈຍ ສະເໜີໃຫ້ອໍານາດການປົກຄອງບັນດາທ້ອງຖິ່ນຂອງສອງປະເທດ ສົມທົບກັນເພື່ອຮັບປະກັນເລື່ອງຂົນສົ່ງສິນຄ້າ ຜ່ານເສັ້ນຊາຍແດນຮ່ວມຍັງສາມາດປະຕິບັດໄດ້ເປັນປົກກະຕິໂດຍບໍ່ຖືກກີດຂວາງ. ພ້ອມກັນນັ້ນ, ຝ່າຍກໍາປູເຈຍ ສະເໜີໃຫ້ອໍານາດການປົກຄອງບັນດາທ້ອງຖິ່ນຂອງຫວຽດນາມ ສ້າງເງື່ອນໄຂຊ່ວຍເຫຼືອໃຫ້ພົນລະເມືອງກຳປູເຈຍທີ່ພວມແຍກປ່ຽວຢູ່ຫວຽດນາມໝົດທຸກຄົນກັບຄືນເມືອປະເທດ (ຖ້າມີ).

ໂດຍ: ທູຈາງ