ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນທຸກຂົງເຂດ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທໍາ-ສັງຄົມ. ໃນຊຸມປີມໍ່ໆມານີ້, ການຄ້າສອງສົ້ນລະຫວ່າງອາຊຽນ ແລະລັດເຊຍ ເພີ່ມຂຶ້ນຢ່າງວ່ອງໄວ.

ໃນການຜັນຂະຫຍາຍແຜນການດໍາເນີນງານຮອບດ້ານອາຊຽນ-ລັດເຊຍ (CPA) ໄລຍະ 2016-2020, ໄດ້ມີ 92/139 ປະເພດການເຄື່ອນໄຫວໄດ້ປະຕິບັດໃນບັນດາຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ເຊື່ອມຕໍ່ ແລະຮັດແຄບຊ່ອງຫວ່າງໃນການພັດທະນາ. ບັນດາໂຄງການ, ແຜນການຮ່ວມມື, ຄື: ແຜນການກ່ຽວກັບພະລັງງານອາຊຽນ-ລັດເຊຍ (2016-2020), ແຜນການຮ່ວມມືກ່ຽວກັບກະສິກໍາ ແລະຄວາມໝັ້ນຄົງດ້ານສະບຽງອາຫານ (2016-2020) ແລະແຜນການດໍາເນີນງານກ່ຽວກັບວິທະຍາສາດ-ເຕັກໂນໂລຢີ-ປະດິດຄິດສ້າງ (2016-2025)… ໄດ້ປະກອບສ່ວນໜູນຊ່ວຍອາຊຽນ ປະຕິບັດບັນດາເປົ້າໝາຍກໍ່ສ້າງປະຊາຄົມ ແລະຮັດແຄບຊ່ອງຫວ່າງໃນການພັດທະນາ.

leftcenterrightdel
ບັນດາມະສາຊິກໃນຄະນະກໍາມະການຮ່ວມມືລວມອາຊຽນ-ລັດເຊຍ ແລະຜູ້ຕາງໜ້າຄະນະເລຂາອາຊຽນ ທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ລັດເຊຍ ຢັ້ງຢືນວ່າ ອາຊຽນແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດຂອງລັດເຊຍ, ໃຫ້ຄໍາໝັ້ນສັນຍາສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນການຮັກສາສັນຕິພາບ ແລະສະຖຽນລະພາບໃນພາກພື້ນ, ຕັ້ງໜ້າເຂົ້າຮ່ວມໃນບັນດາກົນໄກພາກພື້ນໂດຍອາຊຽນຊັກຈູງ. ລັດເຊຍ ໄດ້ສະແດງຄວາມຊົມເຊີຍ ແລະໃຫ້ຄໍາໝັ້ນສັນຍາສະໜັບະໜູນບັນດາຂໍ້ລິເລີ່ມ, ບຸລິມະສິດຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020 ແລະຕີລາຄາສູງຕໍ່ບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນການຈັດຕັ້ງກອງປະຊຸມຄັ້ງທໍາອິດກ່ຽວກັບ “ການຮ່ວມມືລະຫວ່າງສະຫະປະຊາຊາດ ແລະບັນດາອົງການຈັດຕັ້ງໃນພາກພື້ນ ແລະອະນຸພາກພື້ນໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ: ບົດບາດຂອງອາຊຽນ” ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນເດືອນມັງກອນຜ່ານມາ.

ໃນໄລຍະຈະມາເຖິງ, ບັນດາປະເທດອາຊຽນ ແລະລັດເຊຍ ເຫັນດີເປັນເອກະພາບສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ    ອາຊຽນ-ລັດເຊຍ ເລິກເຊິ່ງກວ່າອີກ; ພ້ອມທັງກໍານົດບັນດາເນື້ອໃນຮ່ວມມືຈຸດສຸມໃນໄລຍະຈະມາເຖິງເພື່ອກະກຽມສ້າງ CPA ໃຫ້ແກ່ໄລຍະຕໍ່ໄປ 2021-2025, ເອົາໃຈໃສ່ເປັນພິເສດຕໍ່ຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຄື: ສ້າງຄວາມສະດວກດ້ານການຄ້າ, ການລົງທຶນ, ການຮ່ວມມືທາງດ້ານວິທະຍາສາດ-ເຕັກໂນໂລຢີ, ເສດຖະກິດດີຈີຕອນ, ເພີ່ມທະວີການເຊື່ອມຕໍ່, ຮັບແຄບຊ່ອງຫວ່າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ໜູນຊ່ວຍບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ (MSME), ເພີ່ມທະວີການຮ່ວມມືດ້ານການສຶກສາ, ພົບປະແລກປ່ຽນລະຫວ່າງຊາວໜຸ່ມ ແລະນັກສຶກສາ, ການປ້ອງກັນຕ້ານໂລກພະຍາດ, ການຄຸ້ມຄອງໄພທໍາມະຊາດ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ອາຊຽນ ແລະລັດເຊຍ ເຫັນດີເປັນເອກະພາບຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືໃນຂົງເຂດຄຸ້ມຄອງໄພທໍາມະຊາດ ໃນປີ 2020 ໂດຍໄວ.

ໂດຍ: ທູຈາງ