ນັກຂ່າວ: ຮຽນທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ຫວຽດນາມ ໄດ້ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນຄືແນວໃດ ເພື່ອພ້ອມກັນຮັບມືກັບເຊື້ອພະຍາດ COVID 19?

ທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ນັບແຕ່ເມື່ອເຊື້ອພະຍາດ COVID 19 ລະບາດ, ວັນທີ 30 ມັງກອນ, ດ້ວຍຖານະຕໍາແໜ່ງເປັນປະທານສະພາປະສານງານອາຊຽນ, ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສົ່ງຈົດໝາຍເຖິງລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ, ສະເໜີບັນດາມາດຕະການເພື່ອສົມທົບກັນຮັບມືກັບເຊື້ອພະຍາດ.

leftcenterrightdel
ທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: vov.vn.

ວັນທີ 14 ກຸມພາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ດ້ວຍຖານະຕໍາແໜ່ງເປັນປະທານອາຊຽນ 2020, ໄດ້ແລກປ່ຽນກັບການນໍາບັນດາປະເທດ ແລະອອກຖະແຫຼງການຂອງປະທານອາຊຽນ ກ່ຽວກັບການຮັບມືກັບເຊື້ອພະຍາດ Covid 19. ຫຼັງຈາກນັ້ນ, ວັນທີ 20 ກຸມພາ, ທ່ານ ຟ້າມບິ່ງມີງ ໄດ້ໂຮມປະຊຸມຂອງສະພາປະສານງານອາຊຽນ ເພື່ອໃຫ້ບັນດາລັດຖະມົນຕີແບ່ງປັນຂໍ້ມູນຂ່າວສານ ແລະປຶກສາຫາລືບັນດາມາດຕະການຮັບມື. ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຮັບມືບົນຈິດໃຈສະໜິດຕິດພັນ ແລະເປັນເຈົ້າການຮັບມື, ຖືກຕາມເນື້ອໃນຈິດໃຈຫົວຂໍ້ຂອງປີອາຊຽນ.

ຕາມນັ້ນແລ້ວ, ບັນດາປະເທດໄດ້ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ ແລະຊັດເຈນ, ແບ່ງປັນບັນດາບົດຮຽນທີ່ດີ, ບັນດາໝາກຜົນການຄົ້ນຄວ້າ ແລະສະພາບການຂອງແຕ່ລະປະເທດ, ແລ້ວກໍ່ໜູນຊ່ວຍເຊິ່ງກັນ ແລະກັນໃນການບົ່ງມະຕິ, ເຝົ້າລະວັງ ແລະກັ່ນກອງເຊື້ອພະຍາດ, ໜູນຊ່ວຍຍົກສູງກໍາລັງຄວາມສາມາດໃນການຮັບມື.

ກ່ຽວກັບການເປັນເຈົ້າການຮັບມື, ບັນດາລັດຖະມົນຕີກໍ່ເຫັນດີເປັນເອກະພາບວິທີການສໍາຜັດຂອງທົ່ວປະຊາຄົມອາຊຽນ ດ້ວຍການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຂະແໜງການ ແລະລະຫວ່າງຂົງເຂດ, ພິເສດແມ່ນຂະແໜງສາທາລະນະສຸກ. ບັນດາປະເທດກໍ່ກໍານົດຢ່າງຈະແຈ້ງວ່າ, ຕ້ານເຊື້ອພະຍາດແຕ່ກໍ່ຍັງຄົງຕັດສິນໃຈ ເພື່ອຮັບປະກັນຄວາມຄືບໜ້າໃນການກໍ່ສ້າງ ແລະພັດທະນາປະຊາຄົມ, ບໍ່ປະໃຫ້ສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດໃນປະຊາຄົມອາຊຽນ, ຮັບປະກັນຄວາມຄືບໜ້າທີ່ໄດ້ວາງອອກໃນປີອາຊຽນ 2020 ຢ່າງເດັດຂາດ.

ນັກຂ່າວ: ຮຽນທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ເພື່ອຮັບປະກັນໃຫ້ບັນດາຄວາມມານະພະຍາຍາມຮັບມືກັບເຊື້ອພະຍາດ Covid 19 ຂອງບັນດາປະເທດອາຊຽນ ນໍາມາເຊິ່ງປະສິດທິຜົນນັ້ນ, ຫວຽດນາມ ແລະບັນດາປະເທດໄດ້ເຫັນດີເປັນເອກະພາບສ້າງກົນໄກປະສານງານໃດແດ່?

leftcenterrightdel
ກອງປະຊຸມພິເສດສະພາປະສານງານອາຊຽນ ແລະກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ-ຈີນ ທີ່ດໍາເນີນຢູ່ ສປປ ລາວ. ພາບ: vov.vn.

ທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ບັນດາລັດຖະມົນຕີໄດ້ກໍານົດວ່າ, ສະພາປະສານງານອາຊຽນ (ACC) ຈະແມ່ນອົງການຕິດຕາມກວດກາ, ກະຕຸກຊຸກຍູ້, ປະສານງານບັນດາການເຄື່ອນໄຫວຕ້ານເຊື້ອພະຍາດຂອງອາຊຽນ. ບັນດາຂະແໜງການສະເພາະ, ພິເສດແມ່ນສາທາລະນະສຸກຈະຈັດກອງປະຊຸມສົມທົບກັນຢ່າງແໜ້ນແຟ້ນ, ອາດຈະຈັດກອງປະຊຸມຜ່ານເຄືອຂ່າຍອິນເຕີແນັດ. ຄະນະເລຂາທິການອາຊຽນ ແມ່ນພາກສ່ວນເຕົ້າໂຮມບັນດາຂໍ້ມູນຂ່າວສານ ແລະລາຍງານເປັນປະຈໍາໃຫ້ແກ່ສະພາປະສານງານອາຊຽນ ແລະສະພາປະສານງານອາຊຽນມີໜ້າທີ່ປະສານງານພ້ອມກັນນັ້ນກໍ່ລາຍງານໃຫ້ການນໍາຂັ້ນສູງ. ນັ້ນແມ່ນວິທີການເຊິ່ງອາຊຽນ ຈະດໍາເນີນພ້ອມກັນຮັບມືກັບເຊື້ອພະຍາດ.

ນັກຂ່າວ: ຮຽນທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ຫວຽດນາມ ໄດ້ແບ່ງປັນບົດຮຽນໃດແດ່ໃຫ້ບັນດາປະເທດອາຊຽນໃນການຮັບມືກັບເຊື້ອພະຍາດ Covid 19?

ທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ໃນອາຊຽນ, ບັນດາປະເທດລ້ວນແຕ່ປາດຖະໜາຢາກແບ່ງປັນຄວາມຄືບໜ້າທາງດ້ານວິທະຍາສາດ, ການຄົ້ນຄວ້າທີ່ບັນລຸໄດ້. ຫວຽດນາມ ກໍ່ແມ່ນປະເທດຄົ້ນຄວ້າໄດ້ຢ່າງວ່ອງໄວ ແລະບັນລຸໄດ້ໝາກຜົນທີ່ດີໃນຂົງເຂດນີ້. ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນຄືດັ່ງກ່າວ.

ນັກຂ່າວ: ຮຽນທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ນີ້ແມ່ນຄັ້ງທີສອງ, ນັບແຕ່ປີ 2003, ອາຊຽນ ແລະຈີນ ຈັດຕັ້ງກອງປະຊຸມຮ່ວມມືຕ້ານເຊື້ອພະຍາດ. ຂໍຮຽນທ່ານໃຫ້ຮູ້ບັນດາຈຸດຄ້າຍຄືກັນເຊິ່ງອາຊຽນ ແລະຈີນ ຮ່ວມມືກັນຕ້ານເຊື້ອພະຍາດຄັ້ງນີ້?

ທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ມີຫຼາຍປະເທດໃນອາຊຽນ ແລະຈີນ ເປັນປະເທດບ້ານໃກ້ເຮືອນຄຽງ, ສະນັ້ນຈຶ່ງມີຜົນປະໂຫຍດຕິດພັນກັນ. ກໍ່ຄືເຊື້ອພະຍາດກໍ່ອາດຈະແຜ່ລາມຢ່າງກວ້າງຂວາງໄປສູ່ບັນດາປະເທດ. ຍ້ອນເຫດນັ້ນຄວນມີຄວາມມານະພະຍາຍາມລວມຂອງທັງອາຊຽນ ກັບຈີນ, ກໍ່ຄືສະແດງໃຫ້ເຫັນຄວາມສາມັກຄີ, ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງລັດຖະບານຈີນ ໃນການສະກັດກັ້ນ, ປ້ອງກັນ, ຕ້ານເຊື້ອພະຍາດ.

ສິ່ງດັ່ງກ່າວນັ້ນກໍ່ສະແດງໃຫ້ເຫັນວ່າໃນໄລຍະຜ່ານມາ, ການພົວພັນລະຫວ່າງອາຊຽນ ແລະຈີນ ບັນລຸໄດ້ລະດັບຍຸດທະສາດ ແລະໄດ້ມີບັນດາກົນໄກ, ເງື່ອນໄຂ ເພື່ອໃຫ້ສອງຝ່າຍຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດນີ້. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນນໍ້າໃຈສະໜິດຕິດພັນລະຫວ່າງອາຊຽນ ແລະຈີນ ໃນຍາມປະສົບກັບຄວາມຫຍຸ້ງຍາກ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ທະນາພອນ