ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນດຶກບິ່ງ ໄດ້ຊົມເຊີຍຜົນສຳເລັດຂອງປີໄທເປັນປະທານອາຊຽນ, ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງໄທ ໃນຖານະຕຳແໜ່ງເປັນປະທານສະພາບໍລິຫານ ASEAN-IPR ໃນປີ 2019. ແບ່ງປັນກ່ຽວກັບຄວາມໝາຍຂອງຫົວຂໍ້ ແລະບັນດາບຸລິມະສິດຂອງຫວຽດນາມ ສຳລັບປີປະທານອາຊຽນ 2020, ທ່ານ ເຈິ່ນດຶກ ບິ່ງ ໃຫ້ຮູ້ວ່າ, ບຸລິມະສິດຂອງຫວຽດນາມ ແມ່ນຊຸກຍູ້ບັນດາລາຍການ, ເຄື່ອນໄຫວກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງຂອງອາຊຽນ ໃນສະພາບການຮັກສາສັນຕິພາບ ແລະຄວາມໝັ້ນຄົງ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດສຸມຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນລວມມີການຊຸກຍູ້ບົດບາດ ແລະການເຂົ້າຮ່ວມຂອງແມ່ຍິງ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຄັ້ງທີ 18 ຂອງສະພາບໍລິຫານ ສະຖາບັນສັນຕິພາບ ແລະໄກ່ເກ່ຍ ອາຊຽນ (ASEAN-IPR). ພາບ: vov.vn

ທີ່ກອງປະຊຸມ, ສະພາບໍລິຫານ ໄດ້ປຶກສາຫາລື ແລະຮັບຮອງເອົາແຜນການປະຕິບັດງານ ປີ 2020 ຂອງ ASEAN-IPR, ຮັບຮອງເອົາບົດລາຍງານການເງິນ ປີ 2019 ແລະສະເໜີງົບປະມານການເຄື່ອນໄຫວໃຫ້ແກ່ປີ 2020 ຂອງຄະນະເລຂາ ASEAN-IPR. ກອງປະຊຸມ ກໍພິຈາລະນາ ແລະປະກອບຄຳເຫັນໃສ່ບາງຂໍ້ສະເໜີໂຄງການ, ການເຄື່ອນໄຫວຂອງ ASEAN-IPR ໃນໄລຍະຈະມາເຖິງ, ລວມມີບັນດາເນື້ອໃນຄືການບຳລຸງສ້າງ, ຍົກສູງກຳລັງຄວາມສາມາດກ່ຽວກັບ “ສັນຕິພາບ ແລະໄກ່ເກ່ຍ”, ໂຄງການກ່ຽວກັບ “ຄົ້ນຄວ້າໜູນຊ່ວຍແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງຢູ່ອາຊຽນ” ແລະການສະເໜີຂອງຫວຽດນາມ ທີ່ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບ “ບົດບາດຂອງແມ່ຍິງອາຊຽນ ປະກອບສ່ວນຮັກສາສັນຕິພາບ ແລະສະຖຽນລະພາບແບບຍືນຍົງໃນສັງກາດດີຈີຕອນ” ຢູ່ຫວຽດນາມ ໃນເດືອນພຶດສະພາ 2020.

ໂດຍ: ແສງເດືອນ