ທີ່ການປະຊຸມ, ບັນດາເຈົ້າໜ້າທີ່ອາວຸໂສ ໄດ້ກວດກາຄືນວຽກງານການກະກຽມທຸກດ້ານໃຫ້ກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດອາຊຽນ ວົງແຄບທີ່ດໍາເນີນໃນລະຫວ່າງວັນທີ 16-17 ມັງກອນ ຢູ່ນະຄອນຍາຈາງ. ບັນດາປະເທດໄດ້ຕີລາຄາສູງຫວຽດນາມ ໄດ້ເປັນເຈົ້າການສະເໜີບັນດາທິດກໍານົດ, ບຸລິມະສິດ ແລະຂໍ້ລິເລີ່ມ ເພື່ອຜັນຂະຫຍາຍບັນດາເນື້ອໃນການຮ່ວມມືອາຊຽນ ໃນປີ 2020. ບົນພື້ນຖານນັ້ນ, ບັນດາປະເທດເຫັນດີເປັນເອກະພາບຈະສະເໜີແນະຕໍ່ບັນດາລັດຖະມົນຕີການຕ່າງປະເທດຮັບຮອງເອົາບັນດາເນື້ອໃນນີ້.

leftcenterrightdel
ບັນຍາກາດທີ່ການປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ. ພາບ: ວັນແຮ້ງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນກ໊ວກຢູງ ໄດ້ແນະນໍາກ່ຽວກັບຫົວຂໍ້, ບັນດາບຸລິມະສິດ ແລະຂໍ້ລິເລີ່ມໂດຍຫວຽດນາມ ສະເໜີໃນປີ 2020. ຕາມນັ້ນແລ້ວ, ບັນດາຂໍ້ສະເໜີຂອງຫວຽດນາມ ແມ່ນຂຶ້ນກັບທຸກຂົງເຂດຮ່ວມມືອາຊຽນ, ໂດຍອີງໃສ່ບັນດາເນື້ອໃນຕົ້ນຕໍເຊິ່ງລວມມີການກໍ່ສ້າງປະຊາຄົມ, ການພົວພັນຕ່າງປະເທດ ແລະການໂຄສະນາເຜີຍແຜ່ຮູບພາບຂອງອາຊຽນ ເຖິງປະຊາຄົມສາກົນ. ທ່ານ ຫງວຽນກ໊ວກຢູງ ຢັ້ງຢືນວ່າ: ໂດຍເປັນປະທານອາຊຽນ 2020, ຫວຽດນາມ ຈະສູ້ຊົນຈົນສຸດຄວາມສາມາດຂອງຕົນ ເພື່ອຜົນສໍາເລັດຂອງປະຊາຄົມອາຊຽນ, ເພື່ອອາຊຽນສາມັກຄີ, ເຫັນດີເປັນເອກະພາບ, ສວມບົດບາດໃຈກາງໃນພາກພື້ນ ແລະມຸ່ງໄປເຖິງອະນາຄົດ.

ໂດຍ: ທູຈາງ