leftcenterrightdel
ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 6 ມັງກອນ, ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ຖະແຫຼງວ່າອະທິປະໄຕຂອງປະເທດນີ້ຢູ່ເຂດທະເລ Natuna ແມ່ນສິ່ງທີ່ “ບໍ່ອາດເອົາມາຕໍ່ລອງໄດ້”. ຄໍາກ່າວປາໄສຂອງທ່ານປະທານາທິບໍດີ Joko Widodo ຍົກອອກມາໄດ້ເກືອບ 1 ອາທິດພາຍຫຼັງກໍາປັ່ນຫາປາ ແລະ ກໍາປັ່ນຕໍາຫຼວດທະເລຂອງຈີນ ກວ່າ 60 ລໍາລ່ວງລະເມີດເຂດທະເລ Natuna ທີ່ຂຶ້ນກັບໝູ່ເກາະ Riau ໃນລະຫວ່າງວັນທີ 19 – 24 ທັນວາ ຢ່າງຜິດກົດໝາຍ.

ກ່ອນໜ້ານັ້ນ, ລັດຖະບານອິນໂດເນເຊຍ ກ່າວປະນາມ ຈີນ ລ່ວງລະເມີດເຂດເສດຖະກິດພິເສດ (EEZ) ຂອງຕົນ ແລະ ປະກາດວ່າຈະບໍ່ຮັບຮອງເສັ້ນທາງ 9 ຕອນໂດຍ ຈີນ ວາງອອກຕາມລໍາພັງຝ່າຍດຽວຢູ່ທະເລຕາເວັນອອກ ແລະ ຈະບໍ່ໄດ້ຮັບການຮັບຮອງຈາກກົດໝາຍສາກົນ, ພິເສດແມ່ນກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ແຫຼ່ງຄັດຈາກ: vovworld.vn