ກອງປະຊຸມສໍາມະນາແມ່ນກາລະໂອກາດເພື່ອໃຫ້ບັນດານັກຮຽນຮູ້, ນັກວາງ​ແຜນນະໂຍບາຍຫວຽດນາມ ແລະສາກົນຕີລາຄາບັນດາສິ່ງທ້າທາຍ ແລະກາລະໂອກາດໃຫ້ປະເທດຕ່າງໆໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະຊຸກຍູ້ການຮ່ວມມືຢູ່ພາກພື້ນ. ດ້ວຍ 30 ບົດປະກອບຄໍາເຫັນທີ່ກ່າວແຈ້ງໃນສອງວັນ, ກອງປະຊຸມສໍາມະນາໄດ້ແບ່ງເປັນ 6 ວາລະປະຊຸມ: ການເຄື່ອນໄຫວຂອງບັນດາປະເທດມະຫາອໍານາດ: ສົງຄາມເຢັນໃໝ່ ຫຼືສັນຕິພາບຮ້ອນ?; ຄວາມສາມາດບົ່ມຊ້ອນສະໜິດຕິດພັນ ແລະຄວາມສາມາດປັບຕົວຂອງອາຊຽນ ໃນສະພາບການພາກພື້ນປ່ຽນແປງ; ຄວາມໝັ້ນຄົງທາງທະເລຢູ່ພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ: ກາລະໂອກາດຮ່ວມມື...

leftcenterrightdel
ບັນຍາກາດທີ່ກອງປະຊຸມສຳມະນາ. ພາບ: baoquocte.vn.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ ປະຈຸບັນອາຊີ-ປາຊີຟິກ ແມ່ນພາກພື້ນພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດໃນໂລກ, ແມ່ນສະຖານທີ່ທີ່ຍັງຄົງຄ້າງຫຼາຍບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານ ແລະຄວາມໝັ້ນຄົງທີ່ກ່ຽວຂ້ອງການທະຫານກໍ່ຄືການແກ່ງແຍ້ງກັບປະເທດໃຫຍ່ມີທ່າອ່ຽງເພີ່ມຂຶ້ນ, ຍ້ອນເຫດນັ້ນບັນດາປະເທດຢູ່ພາກພື້ນຄວນເພີ່ມທະວີການຮ່ວມມື, ສົມທົບນະໂຍບາຍເພື່ອຮັບມືກັບບັນດາສິ່ງທ້າທາຍລວມ. ໃນສະພາບການນັ້ນ, ລັດທິຫຼາຍຝ່າຍ ແລະເພີ່ມທະວີການຮ່ວມມືໃນບັນດາກົນໄກຫຼາຍຝ່າຍທົ່ວໂລກ ແລະພາກພື້ນໄດ້ກາຍເປັນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມຢູ່ກອງປະຊຸມສຳມະນາ. ພາບ: baoquocte.vn.

ກໍ່ຍ້ອນສາຍເຫດດັ່ງກ່າວ, ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງອາຊຽນທີ່ໃຫ້ມີຄວາມສະໜິດຕິດພັນ ແລະເປັນເຈົ້າການປັບຕົວໃຫ້ດີກວ່າອີກໃນອາຍຸການເປັນປະທານ 2020. ພ້ອມກັບເລື່ອງກາຍເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021, ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະເປັນຂົວເຊື່ອມຕໍ່ລະຫວ່າງອົງການທົ່ວໂລກນີ້ ແລະອາຊຽນ ເພື່ອບັນດາເປົ້າໝາຍລວມ, ພິເສດແມ່ນໃນການສະກັດກັ້ນການປະທະກັນ ແລະສ້າງພື້ນຖານສັນຕິພາບແບບຍືນຍົງ.

ໂດຍ: ທະນາພອນ