ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ ການພົວພັນອາຊຽນ-ສະຫະປະຊາຊາດໃນ 4 ທົດສະວັດຜ່ານມາໄດ້ກາຍເປັນແບບຢ່າງກ່ຽວກັບການຮ່ວມມືລະຫວ່າງສະຫະປະຊາຊາດ ແລະບັນດາອົງການຈັດຕັ້ງຮ່ວມມືຢູ່ພາກພື້ນ. ສອງຝ່າຍບໍ່ພຽງແຕ່ຮ່ວມມືປະກອບສ່ວນເພື່ອສັນຕິພາບ, ຄວາມໝັ້ນຄົງສາກົນເທົ່ານັ້ນ ຫາກຍັງສົມທົບກັນຢ່າງແໜ້ນແຟ້ນໃນການຮັບມື້ກັບບັນດາສິ່ງທ້າທາຍທົ່ວໂລກລວມອີກດ້ວຍ.

leftcenterrightdel
ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ຕໍ່ໜ້າສະພາບການພາກພື້ນພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ແລະປ່ຽນແປງຢ່າງວ່ອງໄວ, ທ່ານ ຫງວຽນກວກຢູງ ສະເໜີກອງປະຊຸມສໍາມະນາເອົາໃຈໃສ່ຍູ້ແຮງການຮ່ວມມືລະຫວ່າງອາຊຽນ ແລະສະຫະປະຊາຊາດກ່ຽວກັບການທູດສະກັດກັ້ນ ແລະຕ້ານການປະທະກັນ, ສ້າງກຸ່ມຊ່ຽວຊານອາຊຽນ ເພື່ອແນໃສ່ໜູນຊ່ວຍຄວບຄຸມການປະທະກັນ, ແກ້ໄຂຄວາມເຄັ່ງຕຶງ. ດ້ວຍຖານະເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021, ທ່ານ ຫງວຽນກວກຢູງ ຢັ້ງຢືນຄໍາໝັ້ນສັນຍາຂອງຫວຽດນາມ ວ່າ ພ້ອມກັບບັນດາປະເທດອາຊຽນປະກອບສ່ວນເຂົ້າບັນດາຄວາມມານະພະຍາຍາມຊຸກຍູ້ສັນຕິພາບຢູ່ພາກພື້ນ ແລະໃນໂລກ.

ທີ່ກອງປະຊຸມສໍາມະນາ, ທ່ານ Khaled Khiari ຜູ້ຊ່ວຍວຽກເລຂາທິການໃຫຍ່ສະຫະປະຊາຊາດ ຢັ້ງຢືນຄໍາໝັ້ນສັນຍາຂອງສະຫະປະຊາຊາດວ່າ ພ້ອມແລ້ວທີ່ຈະສົມທົບກັບອາຊຽນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ສະເໜີຂອງກອງປະຊຸມສໍາມະນາ AURED ຢ່າງມີປະສິດທິຜົນ.

ໂດຍ: ກວຽດເຕິມ