ກອງປະຊຸມລັດຖະມົນຕີສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບການສະກັດກັ້ນ, ຕ້ານອາດຊະຍາກຳຂ້າມຊາດ ຄັ້ງທີ 13 (AMMTC-13) ແລະບັນດາກອງປະຊຸມກ່ຽວຂ້ອງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ, ທີ່ນະຄອນຫຼວງບາງກອກ, ປະເທດໄທ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກ 10 ປະເທດສະມາຊິກອາຊຽນ.

leftcenterrightdel
ບັນດາລັດຖະມົນຕີ, ຫົວໜ້າຄະນະທີ່ພິທີໄຂ AMMTC-13. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ວາລະປະຊຸມຄົບຄະນະຂອງກອງປະຊຸມ, ບັນດາຜູ້ແທນຕີລາຄາສະພາບອາດຊະຍາກຳຂ້າມຊາດຂອງແຕ່ລະປະເທດ ກໍຄືພາກພື້ນໃນໄລຍະຜ່ານມາ. ລາຍງານໂດຍສັງເຂບໝາກຜົນຂອງການຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດຂອງຫວຽດນາມ ນັບແຕ່ພາຍຫຼັງກອງປະຊຸມ AMMTC-12 ມາຮອດປະຈຸບັນ, ທ່ານພົນເອກ ໂຕເລີມ ເນັ້ນໜັກເຖິງຄຳໝັ້ນສັນຍາຂອງຫວຽດນາມ ໃນເຂົ້າຮ່ວມບັນດາຂອບຮ່ວມມືຂອງອາຊຽນເວົ້າລວມ ແລະການຮ່ວມມືໃນຂົງເຂດຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດເວົ້າສະເພາະຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບ.

ທ່ານພົນເອກ ໂຕເລີມ ສະເໜີບັນດາປະເທດອາຊຽນ ສືບຕໍ່ຄົ້ນຄວ້າ, ສະໜັບສະໜູນຂໍ້ລິເລີ່ມຂອງຫວຽດນາມ ເພື່ອແນໃສ່ນຳອາດຊະຍາກຳຄ້າເຖື່ອນວັດຖຸບູຮານເຂົ້າຂົງເຂດບຸລິມະສິດຮ່ວມມືໃນຂອບເຂດ AMMTC. ອົງການປະຕິບັດກົດໝາຍບັນດາປະເທດອາຊຽນ ຕ້ອງສືບຕໍ່ປັບປຸງການພົວພັນຮ່ວມມືໃນການຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ; ແບ່ງປັນບົດຮຽນກ່ຽວກັບການຕ້ານ ແລະສະກັດກັ້ນຢາເສບຕິດ; ເພີ່ມທະວີການຮ່ວມມືສືບສວນລວມ ແລະຝຶກອົບຮົມຍົກສູງຄວາມສາມາດໃຫ້ພະນັກງານປະຕິບັດກົດໝາຍ; ຍູ້ແຮງການຮ່ວມມືໃນການປະຕິບັດຄວາມຕ້ອງການທາງດ້ານຍຸຕິທຳໃນບັນຫາອາຍາລະຫວ່າງບັນດາປະເທດ ອາຊຽນ ແລະບັນດາຄູ່ຮ່ວມມືຢ່າງມີປະສິດທິຜົນ....

ສິ້ນສຸດກອງປະຊຸມ AMMTC-13, ບັນດາຫົວໜ້າຄະນະໄດ້ອອກຖະແຫຼງການຮ່ວມ, ໃນນັ້ນຊົມເຊີຍເລື່ອງຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມ AMMTC-14 ແລະບັນດາກອງປະຊຸມກ່ຽວຂ້ອງໃນປີ 2020.

ໂດຍ: ແສງເດືອນ