ນັກຂ່າວ: ຮຽນທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຂໍທ່ານໃຫ້ຮູ້ບັນດາຜົນງານດີເດັ່ນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ເປັນຄືແນວໃດ?

ທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ກອງປະຊຸມສຸດຍອດອາຊຽນຄັ້ງທີ 35 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ສິ້ນສຸດປີທີ່ປະເທດໄທເປັນປະທານອາຊຽນ ແລະເບື້ອງຕົ້ນແມ່ນໄດ້ມອບບົດບາດນີ້ໃຫ້ແກ່ຫວຽດນາມ. ກອງປະຊຸມໄດ້ຮັບຮູ້ຜົນງານຮ່ວມມືຕັ້ງໜ້າຫຼາຍຢ່າງຂອງອາຊຽນໃນປີ 2019 ໃນທັງ 3 ເສົາຄໍ້າສໍາຄັນພາຍໃຕ້ຫົວຂໍ້ “ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ”. ກ່ຽວກັບດ້ານການເມືອງ: ອາຊຽນ ສືບຕໍ່ຮັກສາໄດ້ຄວາມສາມັກຄີ, ເຫັນດີເປັນເອກະພາບ, ບົດບາດໃຈກາງກໍ່ຄືເພີ່ມທະວີການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຕ່າງໆ. ກ່ຽວກັບດ້ານເສດຖະກິດ: ການສ້າງປະຊາຄົມໄດ້ຮັບການຍູ້ແຮງ, ການເຈລະຈາ RCEP ມີບາດກ້າວພັດທະນາທີ່ດີ. ກ່ຽວກັບດ້ານວັດທະນະທໍາ-ສັງຄົມ: ບົດບາດໃຈກາງຂອງປະຊາຊົນໄດ້ຮັບຄວາມເອົາໃຈໃສ່. ອາຊຽນສືບຕໍ່ຍູ້ແຮງການຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນ...

leftcenterrightdel
ທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກອງປະຊຸມໄດ້ຮັບຮອງເອົາເອກະສານຮ່ວມມືໃນອາຊຽນ 16 ສະບັບ ແລະເອກະສານກັບຄູ່ຮ່ວມມືຕ່າງໆ 15 ສະບັບ, ຮັບຮູ້ເອກະສານຂອງບັນດາຊ່ອງຮ່ວມມືລົງເລິກຂະແໜງ 16 ສະບັບ.

ນັກຂ່າວ: ຮຽນທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຂໍທ່ານໃຫ້ຮູ້ກ່ຽວກັບການເຂົ້າຮ່ວມຂອງຫວຽດນາມ ຢູ່ບັນດາກອງປະຊຸມຄັ້ງນີ້ເປັນຄືແນວໃດ?

ທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າຢູ່ບັນດາກອງປະຊຸມ ແລະໄດ້ສົມທົບບັນດາບຸລິມະສິດຂອງຫວຽດນາມ ເຂົ້າໃນການກໍານົດທິດວຽກງານປີ 2020. ທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີບັນດາຄໍາເຫັນປະກອບທີ່ສໍາຄັນ ແລະຍົກອອກບັນດາຂໍ້ສະເໜີຢ່າງລະອຽດ ເພື່ອສືບຕໍ່ຊຸກຍູ້ວິວັດທະນາການສ້າງປະຊາຄົມ, ຍູ້ແຮງການຮ່ວມສໍາພັນດ້ານເສດຖະກິດ ແລະການເຊື່ອມຕໍ່; ຍົກສູງຄວາມສາມັກຄີຂອງອາຊຽນ ແລະສ້າງສາຍພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງອາຊຽນກັບບັນດາຄູ່ຮ່ວມມືໃຫ້ເໝາະສົມກັບຄວາມສົນໃຈຂອງບັນດາປະເທດຕ່າງໆ,  ເຊິ່ງໄດ້ຮັບຄວາມຊົມເຊີຍ ແລະສະໜັບສະໜູນ.

ນັກຂ່າວ: ຮຽນທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຂໍທ່ານໃຫ້ຮູ້ກ່ຽວກັບບັນຫາທະເລຕາເວັນອອກ ໄດ້ມີການເຕື້ອງເຖິງເປັນຄືແນວໃດຢູ່ບັນດາກອງປະຊຸມ ແລະທັດສະນະຂອງຫວຽດນາມ ມີຄືແນວໃດ?

ທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ໃນຫຼາຍປີຜ່ານມາ, ທະເລຕາເວັນອອກ ຍາມໃດກໍ່ແມ່ນຫົວຂໍ້ໄດ້ຮັບຄວາມສົນໃຈຢູ່ບັນດາກອງປະຊຸມຂອງອາຊຽນ. ແຕ່ໃນຄັ້ງນີ້, ຂ້າພະເຈົ້າເຫັນວ່າ ບັນດາປະເທດຕ່າງໆມີຄວາມສົນໃຈຫຼາຍກວ່າ, ແຮງກວ່າ; ຄໍາຄິດເຫັນສ່ວນຫຼາຍແມ່ນຄັດຄ້ານບັນດາການເຄື່ອນໄຫວຫັນເປັນການທະຫານ, ບັນດາການກະທຳສະກັດກັ້ນການເຄື່ອນໄຫວເສດຖະກິດທີ່ຖືກຕ້ອງຕາມກົດໝາຍຢູ່ທະເລ, ບໍ່ເຄົາລົບອະທິປະໄຕ ແລະສິດອຳນາດອະທິປະໄຕຂອງບັນດາປະເທດ ແລະບໍ່ຖືກຕ້ອງຕາມກົດໝາຍສາກົນ. ເຫດຜົນແມ່ນຍ້ອນລະເມີດອະທິປະໄຕຂອງຫວຽດນາມ ຢູ່ເຂດເສດຖະກິດພິເສດ ແລະເຂດໄຫຼ່ທະວີບຂອງຫວຽດນາມ ທີ່ຜ່ານມາເຮັດໃຫ້ຫຼາຍປະເທດມີຄວາມວິຕົກກັງວົນຢ່າງເລິກເຊິ່ງ.

ທີ່ບັນດາກອງປະຊຸມ, ທ່ານ ຫງວຽນຊວນຟຸກ ແລະຄະນະຜູ້ແທນຫວຽດນາມ ໄດ້ຢັ້ງຢືນຫຼັກໝັ້ນອັນຈະແຈ້ງ ແລະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເດັດດ່ຽວ, ຢຶດໝັ້ນປົກປັກຮັກສາເອກະລາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນບົນເນື້ອໃນຈິດໃຈເຄົາລົບກົດໝາຍສາກົນ, ຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ. ຫວຽດນາມ ໄດ້ສະເໜີໃຫ້ບັນດາປະເທດສະໜັບສະໜູນການແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ສ້າງສະພາບແວດລ້ອມສະດວກໃຫ້ແກ່ວິວັດທະນາການດ້ານນິຕິກໍາ. ພິເສດແມ່ນການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ມີປະສິດທິພາບ, ສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະໄດ້ຮັບການຮັບຮອງຈາກສາກົນ.

ນັກຂ່າວ: ຮຽນທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຂໍທ່ານໃຫ້ຮູ້ກ່ຽວກັບສານຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເມື່ອດໍາລົງຕໍາແໜ່ງເປັນປະທານອາຊຽນ ມີຄືແນວໃດ?

ທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ສານຂອງທ່ານ ຫງວຽນຊວນຟຸກ ເມື່ອດໍາລົງຕໍາແໜ່ງເປັນປະທານອາຊຽນ ນັ້ນແມ່ນ: ຢືນຢັນຫວຽດນາມ ມີຄວາມກຽມພ້ອມແລ້ວ ດ້ວຍສະຕິຄວາມຮັບຜິດຊອບຢ່າງສູງສຸດ ເພື່ອດໍາລົງຕໍາແໜ່ງເປັນປະທານອາຊຽນໃນປີ 2020. ຫວຽດນາມ ຍິນດີຕ້ອນຮັບບັນດາປະເທດມາຫວຽດນາມ ໃນປີ 2020. ທ່ານກໍ່ປະກາດຫົວຂໍ້, ແນະນໍາບັນດາບຸລິມະສິດຂອງຫວຽດນາມ ໃຫ້ແກ່ປີເປັນປະທານອາຊຽນ. ຢືນຢັນວ່າ “ປະຊາຄົມພ້ອມກັນມີຈິນຕະນາການ ແລະມີກະທໍາຮ່ວມກັນ” ແມ່ນສິ່ງທີ່ອາຊຽນຕ້ອງການທີ່ສຸດ ເພື່ອສ້າງປະຊາຄົມໃຫ້ສໍາເລັດ.

ນັກຂ່າວ: ຮຽນທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຂໍທ່ານໃຫ້ຮູ້ກ່ຽວກັບເລື່ອງຫວຽດນາມ ຈະຜັນຂະຫຍາຍວຽກງານໃດແດ່ໃນໄລຍະຈະມາເຖິງ?

ທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ມາຮອດປະຈຸບັນ, ພວກເຮົາໄດ້ກຽມພ້ອມດ້ານກົງຈັກບໍລິຫານ, ແຫຼ່ງຊັບພະຍາກອນມະນຸດ, ໄດ້ມີແຜນຮ່າງ, ແຜນການກະທໍາສັງລວມໃຫ້ແກ່ປີ 2020 ແລ້ວ. ປະຈຸບັນແມ່ນໄລຍະທີ່ພວກເຮົາເລີ່ມຕົ້ນຜັນຂະຫຍາຍ. ໃນຕໍ່ໜ້າ, ພວກເຮົາຈະສຸມໃສ່ກະກຽມໃຫ້ແກ່ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດອາຊຽນ ເຊິ່ງຈະດໍາເນີນໃນເດືອນມັງກອນ 2020 ຢູ່ນະຄອນຍາຈາງ, ແຂວງແຄ໊ງຮວ່າ. ນີ້ແມ່ນເຫດການທໍາອິດ, ເປີດສາກໃຫ້ແກ່ປີເປັນປະທານອາຊຽນ 2020, ດ້ວຍຈຸດສຸມແມ່ນເຫັນດີເປັນເອກະພາບບັນດາການກໍານົດທິດ, ບຸລິມະສິດໃນປີ 2020 ຂອງອາຊຽນ ພາຍໃຕ້ການເປັນປະທານ ແລະການບໍລິຫານຂອງຫວຽດນາມ. ນອກຈາກນັ້ນ, ພວກເຮົາກໍ່ຈະສືບຕໍ່ພັດທະນາບັນດາແນວຄວາມຄິດ, ຂໍ້ລິເລີ່ມທີ່ໄດ້ວາງອອກໃຫ້ແກ່ປີເປັນປະທານ, ສ້າງຄວາມເຫັນດີເຫັນພ້ອມໃນອາຊຽນ ເພື່ອນໍາມາຜັນຂະຫຍາຍໃນພຶດຕິກໍາຕົວຈິງ.

ນັກຂ່າວ: ຂໍຂອບໃຈທ່ານ ຫງວຽນກວ໊ກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ!

ໂດຍ: ທະນາພອນ