leftcenterrightdel
ນະຄອນ Phnom Penh  ປະເທດ ກຳປຸເຈຍ (ພາບ: Asian Nikkei Review)

ທ່ານ Ek Tha ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ຈະເປັນປະທານຂອງພິທີໄຂກອງປະຊຸມທີ່ມີຫົວຂໍ້ວ່າ “ຮັບມືກັບບັນດາສິ່ງທ້າທາຍຕົ້ນຕໍໃນປັດຈຸບັນ: ການອີງໃສ່ລວມ, ຄວາມໄກ່ເກ່ຍປອງດອງຊາດ, ວັດທະນາຖາວອນລວມ ແລະມູນຄ່າທົ່ວໂລກ”. ຄາດວ່າ, ຈະມີການເຂົ້າຮ່ວມຂອງແຂກສາກົນປະມານ 500 ຄົນທີ່ມາຈາກ 50 ປະເທດ ແລະພາກພື້ນ.

ຕາມລາຍງານຂອງຫ້ອງວ່າການສະພາລັດຖະມົນຕີ ກຳປູເຈຍ ແລ້ວ, ກອງປະຊຸມ APS 2019 ຈະສະແດງໃຫ້ເຫັນບັນດາຜົນກະທົບອັນຕັ້ງໜ້າຂອງການຮ່ວມມືລະຫວ່າງລັດຖະບານ ແລະສັງຄົມພົນລະເຮືອນສຳລັບການສ້າງສັນຕິພາບ ແລະ ຄວາມໄກ່ເກ່ຍປອງດອງຊາດ, ການພັດທະນາແບບຍືນຍົງ, ການຮ່ວມມືວັດທະນາຖາວອນ ແລະວິທີການແກ້ໄຂດີທີ່ສຸດໃຫ້ແກ່ບັນດາບັນຫາສຳຄັນ.

ແຫຼ່ງຄັດຈາກ: vovworld.vn