ວັນທີ 22 ຕຸລາ, Bangkok Post ຄັດສະເໜີແຈ້ງການຂອງທ່ານ Kongcheep Tantravanich ໂຄສົກກະຊວງປ້ອງກັນປະເທດໄທ ໃຫ້ຮູ້ວ່າ, ທ່ານ Prawit Wongsuwon ຮອງນາຍົກລັດຖະມົນຕີໄທ ໄດ້ອອກຄໍາສັ່ງດໍາເນີນການກວດກາຮອບດ້ານວຽກງານປ້ອງກັນຄວາມສະຫງົບເພື່ອກະກຽມໃຫ້ການຈັດຕັ້ງກອງປະຊຸມຂັ້ນສູງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 35 ແລະບັນດາກອງປະຊຸມກ່ຽວຂ້ອງໃນຕົ້ນເດືອນພະຈິກ.

leftcenterrightdel
ທ່ານ Prawit Wongsuwon ຮອງນາຍົກລັດຖະມົນຕີໄທ. ພາບ: Bangkok Post.

ຕາມທ່ານ Kongcheep Tantravanich ແລ້ວ, ທ່ານ Prawit Wongsuwon ຮອງນາຍົກລັດຖະມົນຕີໄທ ໄດ້ສະເໜີບັນດາອົງການກ່ຽວຂ້ອງກວດກາຄືນບັນດາແຜນການປ້ອງກັນຄວາມສະຫງົບ ແລະກວດກາຄວາມສາມາດກຽມພ້ອມຜັນຂະຫຍາຍບັນດາແຜນການນີ້ໃນ 3 ວັນດຳເນີນບັນດາກອງປະຊຸມເຫຼົ່ານັ້ນ, ເຊິ່ງຄາດຄະເນຈະເລີ່ມດຳເນີນແຕ່ວັນທີ 2 ພະຈິກ ຈະມາເຖິງ. ກ່ອນໜ້ານັ້ນ, ທ່ານ Suwat Chaengyotsuk, ຮອງຜູ້ບັນຊາການຕຳຫຼວດແຫ່ງຊາດໄທ ໃຫ້ຮູ້ວ່າ, ຕຳຫຼວດກວ່າ 10.000 ຄົນ ຈະໄດ້ຜັນຂະຫຍາຍ ເພື່ອຮັບປະກັນຄວາມສະຫງົບໃນໄລຍະດຳເນີນກອງປະຊຸມ.

ໂດຍ: ສົມເພັດ