ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຈະດຳເນີນໃນລະຫວ່າງວັນທີ 2 – 4 ພະຈິກຢູ່ປະເທດໄທ, ໂດຍມີການເຂົ້າຮ່ວມຂອງບັນດາການນຳ ແລະຜູ້ຕາງໜ້າທີ່ມາຈາກກວ່າ 20 ປະເທດ.

ໃນວັນທີ 18 ຕຸລາ, ທ່ານ ສຸຣິຢາ ຈີນດາວົງ ຫົວໜ້າກົມຮັບຜິດຊອບບັນດາບັນຫາອາຊຽນ - ກະຊວງການຕ່າງປະເທດໄທ ໃຫ້ຮູ້ວ່າ ກອງປະຊຸມສຸດຍອດອາຊຽນ ມີເປົ້າໝາຍຊຸກຍູ້ການຮ່ວມມືໃນພາກພື້ນ ແລະເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມື. ບັນດາການນຳຈະສຸມໃສ່ປຶກສາຫາລືບັນດາຍຸດທະສາດຊຸກຍູ້ການເຕີບໂຕເສດຖະກິດ ແລະວິໄສທັດອາຊຽນກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ, ເພື່ອແນໃສ່ຍູ້ແຮງການຮ່ວມມືລະຫວ່າງບັນດາປະເທດຢູ່ທະວີບ ແລະບັນດາທະເລຢູ່ເຂດຫາສະໝຸດອິນເດຍ - ປາຊີຟິກ.

ທ່ານ ສຸຣີຢາ ກໍ່ໃຫ້ຮູ້ວ່າ ອາຊຽນ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເທດໃຫຍ່ດຳເນີນບັນດາການປຶກສາຫາລືທີ່ມີລັກສະນະສ້າງສາ ແລະພ້ອມກັນແກ້ໄຂບັນດາບັນຫາເສດຖະກິດ ແລະຄວາມໝັ້ນຄົງ.

ແຫຼ່ງຄັດຈາກ: vovworld.vn