leftcenterrightdel
ຄະນະພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ເຂົ້າຮ່ວມກອງປະຊຸມ. ພາບ: vov.vn.

ດ້ວຍຫົວຂໍ້: “ມຸ່ງໄປເຖິງການເຊື່ອມໂຍງ ແລະເຊື່ອມຕໍ່ປະຊາຄົມບັນດານະຄອນທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງ”, ກອງປະຊຸມຄັ້ງນີ້ແນໃສ່ບັນລຸເປົ້າໝາຍປັບປຸງຄຸນນະພາບໂຄງລ່າງ, ບໍລິການທ່ອງທ່ຽວ ກໍ່ຄືເພີ່ມທະວີການດຶງດູດຂອງບັນດານະຄອນທ່ອງທ່ຽວສັງກັດບັນດາປະເທດຍ່ານໃຕ້ແມ່ນ້ຳຂອງ. ກອງປະຊຸມໄດ້ຮັບຖືວ່າແມ່ນບາດກ້າວສໍາຄັນໃນຂອບເຂດການຮ່ວມມືທ່ອງທ່ຽວລະຫວ່າງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ແລະຂອບເຂດອົງການຈັດຕັ້ງຍຸດທະສາດຮ່ວມມືເສດຖະກິດ Ayeyarwady, Chau Phraya, ແມ່ນ້ຳຂອງ, ຫຼືເອີ້ນວ່າ ACMECS.

leftcenterrightdel
ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ເປັນປະທານກອງປະຊຸມ. ພາບ: vov.vn.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ຢັ້ງຢືນວ່າ, ຜ່ານກອງປະຊຸມ 4 ຄັ້ງ, ບັນດາປະເທດສັງກັດອະນຸພາກພື້ນແມ່ນ້ຳຂອງ, ໂດຍລະອຽດແມ່ນບັນດານະຄອນວຽງຈັນ, ພະນົມເປັນ, Yangon, ບາງກອກ ແລະນະຄອນ ໂຮ່ຈີມິນ ຮ່ວມສຳພັນ, ຮ່ວມມື ແລະແລກປ່ຽນບົດຮຽນຢ່າງບໍ່ຢຸດຢັ້ງ ເພື່ອອາດຈະພັດທະນາການທ່ອງທ່ຽວໃຫ້ນັບມື້ນັບດີກວ່າອີກ, ບົນພື້ນຖານຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງກ່ຽວກັບທໍາມະຊາດ ກໍ່ຄືບັນດາມໍລະດົກທາງດ້ານວັດທະນະທໍາຂອງແຕ່ລະພື້ນຖານວັດທະນະທໍາ. ຈາກນັ້ນສ້າງການຮ່ວມສຳພັນຢ່າງແໜ້ນແຟ້ນ, ປະກອບສ່ວນເຂົ້າໃນການພັດທະນາ ທ່ອງທ່ຽວເວົ້າສະເພາະ, ກໍ່ຄືນໍາມາເຊິ່ງຜົນປະໂຫຍດດ້ານເສດຖະກິດ ແລະສັງຄົມໃຫ້ແຕ່ລະປະເທດໃນພາກພື້ນ.

ໂດຍ: ກວຽດເຕິມ