ນີ້ແມ່ນເຫດການທໍາອິດໃນບັນດາການເຈລະຈາອາຊຽນ ໂດຍສະຖາບັນການຕ່າງປະເທດສົມທົບກັບສະຖານທູດໄທ ປະຈໍາຮ່າໂນ້ຍ ຈັດຕັ້ງເພື່ອແນໃສ່ປຶກສາຫາລື ແລະທາບທາມຄໍາເຫັນ, ຂໍ້ສະເໜີແນະ, ນະໂຍບາຍປະກອບສ່ວນເຂົ້າໃນວຽກງານກະກຽມຮັບໃຊ້ໃຫ້ປີຫວຽດນາມ ເປັນປະທານອາຊຽນ 2020.

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ Kavi Chongkittavorn, ນັກຊ່ຽວຊານຂອງສະຖາບັນຄົ້ນຄວ້າຄວາມໝັ້ນຄົງ ແລະສາກົນ ສັງກັດມະຫາວິທະຍາໄລ Chulalongkorn ປະເທດໄທແລ້ວ, ໜ້າທີ່ໃນປີປະທານອາຊຽນ 2020 ຂອງຫວຽດນາມ ແມ່ນເພີ່ມທະວີຄວາມສາມັກຄີພາຍໃນ, ປັບປຸງບົດບາດເປັນໃຈກາງ, ເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ, ພິເສດແມ່ນຂົງເຂດເສດຖະກິດ, ໃນນັ້ນມີສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).

ໃນຂະນະນັ້ນ, ທ່ານ ຟ້າມກວາງວີງ ອະດີດຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກເຖິງບົດບາດຂອງອາຊຽນໃນການພັດທະນາຂອງແຕ່ລະປະເທດສະມາຊິກ ແລະພາກພື້ນ. ທ່ານຢັ້ງຢືນວ່າ ອາຊຽນ ຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ.

ໂດຍ: ຄໍາແພງ