ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ນໍາໜ້າຄະນະຜູ້ແທນຫວຽດນາມ ໄປເຂົ້າຮ່ວມບັນດາກອງປະຊຸມ. ທີ່ກອງປະຊຸມ SOM ອາຊຽນ, ປະເທດເຈົ້າພາບໄທ ແລະຄະນະເລຂາອາຊຽນ ໄດ້ອັບເດັດສະພາບການຜັນຂະຫຍາຍບັນດາຂໍ້ລິເລີ່ມຕາມຫົວຂໍ້ ແລະບຸລິມະສິດຂອງອາຊຽນ ປີ 2019, ແລກປ່ຽນກ່ຽວກັບສະພາບການສ້າງປະຊາຄົມອາຊຽນ ແລະຊຸກຍູ້ການພົວພັນຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື…

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຖ່າຍຮູບລວມ. ພາບ: qdnd.vn.

ກ່າວຄໍາເຫັນທີ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ+3 (ຈີນ, ຍີ່ປຸ່ນ, ສ ເກົາຫຼີ) ແລະບັນດາປະເທດເຂົ້າຮ່ວມ SOM ຂັ້ນສູງ ອາຊີຕາເວັນອອກ (EAS), ດ້ວຍບົດບາດເປັນປະເທດປະທານຕໍ່ໄປຂອງອາຊຽນ ໃນປີ 2020, ທ່ານ ຫງວຽນກວກຢຸ້ງ ຕີລາຄາສູງບົດບາດຂອງປະເທດປະທານໄທ ໃນການຊຸກຍູ້ການຜັນຂະຫຍາຍບັນດາບຸລິມະສິດຂອງອາຊຽນ 2019, ຢັ້ງຢືນວ່າຈະສືບທອດ, ຜັນຂະຫຍາຍບັນດາບຸລິມະສິດຂອງອາຊຽນ ເວົ້າລວມ ແລະປີ 2019 ເວົ້າສະເພາະຢ່າງມີປະສິດທິຜົນ, ແທດຈິງ, ຫັນປະຊາຄົມອາຊຽນ “ມຸ່ງໄປເຖິງປະຊາຊົນ, ຖືເອົາປະຊາຊົນເປັນໃຈກາງ” ໃຫ້ປະກົດຜົນເປັນຈິງ. ທ່ານ ຫງວຽນກວກຢຸ້ງ ໄດ້ຍົກອອກຂໍ້ສະເໜີ, ກໍານົດທິດບຸລິມະສິດຂອງຫວຽດນາມ ໃນປີ 2020 ເພື່ອແນໃສ່ຍູ້ແຮງຮ່ວມມືດ້ານເສດຖະກິດ, ຍົກສູງການຄ້າ ແລະການລົງທຶນພາຍໃນກຸ່ມ, ເພີ່ມທະວີຄວາມຮັບຮູ້ກ່ຽວກັບປະຊາຄົມ, ສ້າງພື້ນຖານໃຫ້ວິວັດທະນາການສ້າງປະຊາຄົມອາຊຽນ ຢ່າງແໜ້ນແຟ້ນ.

ໂດຍ: ຈາງຫງວຽນ