ເຂົ້າຮ່ວມເຫດການມີທ່ານນາງ  Renate Künast - ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບເຢຍລະມັນ-ອາຊຽນ, ທ່ານນາງ Petra Sigmund - ຮອງຫົວໜ້າກົມໃຫຍ່ພາກພື້ນອາຊີ-ປາຊີຟິກ, ກະຊວງການຕ່າງປະເທດເຢຍລະມັນ, ຕາງໜ້າບັນດາປະເທດອາຊຽນຢູ່ແບັກແລງ.

leftcenterrightdel
ບັນຍາກາດທີ່ພິທີ. ພາບ: vov.vn.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ Touch Sophanrath ປະທານຄະນະກຳມະການອາຊຽນ, ເອກອັກຄະລັດຖະທູດກຳປູເຈຍ ປະຈຳ ເຢຍລະມັນ, ສະແດງຄວາມຫວັງວ່າ ອາຊຽນ ແລະອີຢູ, ເຢຍລະມັນ ຈະສືບຕໍ່ຍູ້ແຮງການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນພັດທະນາກວ່າອີກ, ເປັນຕົ້ນແມ່ນໃນການໜູນຊ່ວຍອາຊຽນ  ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງອາຊຽນ-ອີຢູ, ທ່ານນາງ Petra Sigmund, ຮອງຫົວໜ້າກົມໃຫຍ່ພາກພື້ນອາຊີ-ປາຊີຟິກ ຖືວ່າ, ນີ້ແມ່ນສາຍພົວພັນໃຫຍ່, ມີບົດບາດ ແລະຄວາມໝາຍສໍາຄັນທີ່ສຸດ. ຍ້ອນແນວນັ້ນ, ເຢຍລະມັນ ແລະອາຊຽນ ຈະສຸມໃສ່ຍູ້ແຮງການຮ່ວມມືລະຫວ່າງອາຊຽນກັບອີຢູ.

ໂດຍ: ຄໍາແພງ