ພິທີເປີດໂຄງການ ARISE Plus-ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2019 ທີ່ໂຮງແຮມຄຣາວພາຊາ, ນະຄອນຫລວງວຽງຈັນ ໂດຍມີຈຸດປະສົງເພື່ອສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດລວມ, ການເພີ່ມທະວີຄວາມຕ້ານທານກັບການປ່ຽນແປງຂອງດິນຟ້າອາກາດ, ການຫລຸດຜ່ອນຄວາມສ່ຽງ ແລະການສ້າງວຽກເຮັດງານທຳໃນສປປ ລາວ. ນອກຈາກນີ້, ປັບປຸງ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນຂະແໜງການເປົ້າໝາຍ ໂດຍສຸມໃສ່ການເຊື່ອມໂຍງເສດຖະກິດພາກພື້ນ (ອາຊຽນ) ເພື່ອເພີ່ມທະວີການຄ້າ ແລະການມີສ່ວນຮ່ວມໃນຕ່ອງໂສ້ທົ່ວໂລກໃນຂະແໜງການເປົ້າໝາຍ.

leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ທ່ານ ສົມຈິດ ອິນທາມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໄດ້ກ່າວວ່າ: ໂຄງການດັ່ງກ່າວຈະສະໜັບສະໜູນ ຄວາມສາມາດໃນການສົ່ງອອກຂອງ ສປປ ລາວ ແລະການເຊື່ອມໂຍງເຂົ້າໃນຕ່ອງໂສ້ມູນຄ່າທົ່ວໂລກໂດຍການສົ່ງເສີມການຄ້າ ແລະນຳໃຊ້ທ່າແຮງຂອງສອງຂະແໜງການທີ່ຖືກຄັດເລືອກໂດຍສະເພາະການປຸງແຕ່ງໄມ້ ແລະກະສິກຳແບບສະເພາະເຊິ່ງຈະຊ່ວຍໃຫ້ຜູ້ປະກອບການພາກເອກະຊົນລາວ ໂດຍສະເພາະວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ ເພີ່ມຄວາມຮັບຮູ້ ກ່ຽວກັບສິດທິພິເສດທາງດ້ານການຄ້າຂອງຕົນລວມເຖິງວິທີການຄ້າເພື່ອໃຫ້ໄດ້ດີ ແລະຫລາຍຂຶ້ນກັບຄູ່ຄ້າໃນສະຫະພາບເອີຣົບ.

ທ່ານ ເນເວັນ ມິມິຊາ ຄະນະກຳມາທິການສະຫະພາບເອີຣົບ ເພື່ອການຮ່ວມມືສາກົນ ແລະການພັດທະນາສາກົນຂອງສະຫະພາບເອີຣົບ ໄດ້ກ່າວວ່າ: ປັດຈຸບັນ ອີຢູ ແມ່ນຄູ່ຮ່ວມມືການຄ້າໃຫຍ່ເປັນອັນດັບ 4 ຂອງ ສປປ ລາວ ເຊິ່ງອີຢູ ມີຄວາມຕັ້ງໃຈສະໜັບສະໜູນ ສປປ ລາວ ໃນການຍາດແຍ່ງຜົນປະໂຫຍດຈາກການເປັນປະເທດສະມາຊິກຂອງອົງການການຄ້າໂລກ ເພື່ອເກັບກ່ຽວຜົນປະໂຫຍດຈາກການເຂົ້າເຖິງຕະຫລາດໂລກໂດຍກົງ. ພ້ອມກັນນີ້ ອີຢູ ຍັງໄດ້ເພີ່ມທະວີກັບພາກພື້ນໃນການເຊື່ອມໂຍງເສດຖະກິດອາຊຽນ ໂດຍສະເພາະກ່ຽວກັບສັນຍາການຄ້າອາຊຽນ ແລະຄຳໝັ້ນສັນຍາອື່ນໆພາຍໃຕ້ແຜນປະຊາຄົມເສດຖະກິດອາຊຽນ 2025 ເຊິ່ງມີຈຸດປະສົງໃນການສ້າງເຂດເສດຖະກິດເຊື່ອມໂຍງໃນກຸ່ມບັນດາປະເທດສະມາຊິກ.

ເນື້ອໃນ: ຂປລ