ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ແບ່ງປັນຂໍ້ມູນຂ່າວສານ, ອັບເດັດສະພາບການກ່ຽວກັບອາດຊະຍາກໍາຢາເສບຕິດຜ່ານທາງທະເລ; ຮັບຮູ້ຄວາມມານະພະຍາຍາມ ແລະໝາກຜົນການຮ່ວມມືຢ່າງຕັ້ງໜ້າຂອງບັນດາປະເທດອາຊຽນ ໃນວຽກງານຕ້ານ ແລະສະກັດກັ້ນອາດຊະຍາກໍາຢາເສບຕິດຜ່ານທາງທະເລ; ປຶກສາຫາລືກ່ຽວກັບຄວາມຫຍຸ້ງຍາກ ແລະເຫັນດີເປັນເອກະພາບບັນດາມາດຕະການໃນວຽກງານຄວບຄຸມຢາເສບຕິດຜ່ານທາງທະເລ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ວັນຈ໋ຽນ.

ຝ່າຍຕ່າງໆໄດ້ເຫັນດີເປັນເອກະພາບຕໍ່ມາດຕະການ ເຊິ່ງລວມມີ: ບັນດາປະເທດສະມາຊິກຄວນສືບຕໍ່ປັບປຸງກົນໄກແລກປ່ຽນ ຂໍ້ມູນຂ່າວສານຢ່າງວ່ອງໄວໂດຍຜ່ານຊອບແວ Whatsapp, ສ້າງຕັ້ງໂທລະສັບສາຍດ່ວນລະຫວ່າງບັນດາປະເທດເພື່ອແລກປ່ຽນຢ່າງທັນການ, ສົມທົບກັນຄວບຄຸມ, ໄລ່ຈັບບັນດາເປົ້າໝາຍຂົນສົ່ງຢາເສບຕິດຜ່ານທາງທະເລ... ກອງປະຊຸມກໍ່ເຫັນດີເປັນເອກະພາບຖືກົນໄກນີ້ແມ່ນຂອບເຂດການຮ່ວມມືສໍາຄັນຂອງພາກພື້ນ, ສືບຕໍ່ສວມບົດບາດຄືດັ່ງເວທີປາໄສເພື່ອແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດໃນການຕ້ານ ແລະສະກັດກັ້ນອາດຊະຍາກໍາຢາເສບຕິດຜ່ານທາງທະເລ.

ໂດຍ: ກວຽດເຕິມ