ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ປຣະຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີໄທ ໄດ້ເວົ້າເຖິງຄວາມໃຝ່ຝັນຂອງບັນດາປະເທດສະມາຊິກທີ່ໄດ້ສ້າງຕັ້ງອາຊຽນ ກ່ອນນີ້ 52 ປີ, ດ້ວຍເປົ້າໝາຍນໍາອາຊຽນ ກາຍເປັນພາກພື້ນທີ່ໝັ້ນຄົງທາງດ້ານການເມືອງ, ພັດທະນາດ້ານເສດຖະກິດ ແລະສັງຄົມ.

leftcenterrightdel
ທ່ານ ປຣະຢຸດ ຈັນ​ໂອຊາ ນາຍົກລັດຖະມົນຕີໄທ ຖ່າຍຮູບກັບບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດຂາມ.

ທ່ານ Jurin Laksanawisit ປະທານ AEM 51, ຮອງນາຍົກລັດຖະມົນຕີໄທ, ທັງເປັນລັດຖະມົນຕີກະຊວງການຄ້າໄທ ເນັ້ນໜັກວ່າ, ປີ 2019, ໃນຖານະຕໍາແໜ່ງເປັນປະເທດປະທານຜັດປ່ຽນຂອງອາຊຽນ, ໄທ ໄດ້ດໍາເນີນການສົ່ງເສີມແຜນການພັດທະນາເສດຖະກິດຂອງອາຊຽນ ໃຫ້ຖືກຕາມຂັ້ນຕອນທີ່ໄດ້ວາງອອກ.

ທ່ານ ເຈິ່ນຕວນແອງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າທີ່ກອງປະຊຸມນີ້, ຫວຽດນາມ ຈະເຊັນສັນຍາການຄ້າການບໍລິການອາຊຽນ (ATISA). ຕາມທ່ານ ເຈິ່ນຕວນແອງ ແລ້ວ, ພາຍຫຼັງ 24 ປີທີ່ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ, ພາກພື້ນນີ້ໄດ້ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືດ້ານເສດຖະກິດ-ການຄ້າ ສໍາຄັນທີ່ສຸດຂອງຫວຽດນາມ. ກ່ຽວກັບກໍານົດທິດ ແລະບັນດາຂໍ້ລິເລີ່ມໃນປີອາຊຽນ 2020 ຂອງຫວຽດນາມ, ທ່ານ ເຈິ່ນຕວນແອງ ໃຫ້ຮູ້ວ່າຫວຽດນາມ ກໍາລັງຕັ້ງໜ້າກະກຽມທຸກດ້ານເພື່ອດໍາລົງຕໍາແໜ່ງເປັນປະທານອາຊຽນ ປີ 2020.

ໂດຍ: ຈາງຫງວຽນ