ທີ່ການພົບປະ, ທ່ານ Park Jae Min ຮອງລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ ເນັ້ນໜັກວ່າ, ສ.ເກົາຫຼີ ຍາມໃດກໍ່ຖືອາຊຽນແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດຂອງຕົນ, ບົນພື້ນຖານເຄົາລົບຫຼັກການເຫັນດີເຫັນພ້ອມ ແລະບົດບາດເປັນໃຈກາງຂອງອາຊຽນ.

leftcenterrightdel
 ການພົບປະຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ-ສ.ເກົາຫຼີ. ພາບ: qdnd.vn.

ທີ່ການພົບປະ, ບັນດາປະເທດອາຊຽນລ້ວນແຕ່ຊົມເຊີຍ ແລະຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດອາຊຽນ-ສ.ເກົາຫຼີ; ສະແດງຄວາມປາດຖະໜາວ່າ ການຮ່ວມມືດ້ານປ້ອງກັນຊາດລະຫວ່າງອາຊຽນ ແລະສ.ເກົາຫຼີ ຈະນັບມື້ນັບມີປະສິດທິຜົນ, ແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ. ເຫັນດີເຫັນພ້ອມຕໍ່ຄວາມເຫັນຂອງບັນດາຜູ້ແທນ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຖືວ່າ, ກົນໄກພົບປະຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ-ສ.ເກົາຫຼີ ບໍ່ພຽງແຕ່ແມ່ນການແລກປ່ຽນນະໂຍບາຍເທົ່ານັ້ນ, ຫາກຍັງແມ່ນການປຶກສາຫາລືກ່ຽວກັບການຜັນຂະຫຍາຍການປະຕິບັດບັນດາຂົງເຂດຮ່ວມມືຕົວຈິງ, ພ້ອມທັງສະເໜີ ສ.ເກົາຫຼີ ເອົາໃຈໃສ່ເຖິງບັນດາຂົງເຂດຈຸດສຸມຂອງກົນໄກ ADMM+ ຄື: ຄວາມໝັ້ນຄົງທາງທະເລ, ການເຄື່ອນໄຫວຮັກສາສັນຕິພາບອີກດ້ວຍ.

ກ່ຽວກັບບັນຫາຮ່ວມມືກັບສາກົນໃນຂົງເຂດຄວາມໝັ້ນຄົງທາງອິນເຕີແນັດ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຖືວ່າ, ພ້ອມກັບວິວັດການໂລກາພິວັດການພັດທະນາຢ່າງວ່ອງໄວຂອງວິທະຍາສາດເຕັກໂນໂລຢີ, ບັນດາປະເທດໃນໂລກລ້ວຍແຕ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍທີ່ນັບມື້ນັບສັບສົນ, ບໍ່ມີພົມແດນໃນການຮັບປະກັນຄວາມໝັ້ນຄົງທາງອິນເຕີແນັດ. ທ່ານພົນໂທ ຫງວຽນຈີ໊ວິ້ງ ໃຫ້ຮູ້ວ່າ, ໃນປີ 2020 ເມື່ອດໍາລົງຕໍາແໜ່ງເປັນປະທານອາຊຽນ, ຫວຽດນາມ ຖືເປັນສໍາຄັນການຊຸກຍູ້ການຮ່ວມມືຄວາມໝັ້ນຄົງທາງອິນເຕີແນັດໃນອາຊຽນ ແລະລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ໃນນັ້ນມີ ສ.ເກົາຫຼີ. ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດອາຊຽນ ແລະສ.ເກົາຫຼີ ຊຸກຍູ້ການຮ່ວມມືນໍາມາເຊິ່ງປະສິດທິຜົນຢ່າງແທດຈິງໃຫ້ອາຊຽນ, ສ.ເກົາຫຼີ ແລະປະຊາຄົມສາກົນ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະສອງຝ່າຍກັບທ່ານ Chan Yeng Kit ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດສິງກະໂປ. ພາບ: qdnd.vn.

ກໍ່ໃນຕອນບ່າຍວັນທີ 4 ກັນຍາ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ມີການພົບປະສອງຝ່າຍກັບທ່ານ Chan Yeng Kit ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດສິງກະໂປ.

ທີ່ການພົບປະ, ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ. ທ່ານພົນໂທ ຫງວຽນຈີ໊ວິ້ງ ຂອບໃຈກະຊວງປ້ອງກັນປະເທດສິງກະໂປ ໄດ້ຕັ້ງໜ້າໜູນຊ່ວຍການກໍ່ສ້າງຊັບພະຍາກອນມະນຸດ ເພື່ອຫວຽດນາມ ກະກຽມດໍາລົງຕໍາແໜ່ງເປັນປະທານອາຊຽນ. ທ່ານ Chan Yeng Kit ຢືນຢັນວ່າ, ກະຊວງປ້ອງກັນປະເທດສິງກະໂປ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສະໜັບສະໜູນກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງບັນດາກອງປະຊຸມການທະຫານ, ປ້ອງກັນຊາດໃນປີ 2020 ໃຫ້ປະສົບຜົນສໍາເລັດ.

ໂດຍ: ເຈິ່ນຮວ່ຽນ