ເຂົ້າຮ່ວມການໂອ້ລົມສົນທະນາດັ່ງກ່າວມີທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ ແລະຜູ້ຕາງໜ້າຄະນະເລຂາທິການອາຊຽນ, ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະອາຊີຕາເວັນອອກ (ERIA), ຜູ້ຕາງໜ້າບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ.

ກ່າວຄໍາເຫັນໄຂການໂອ້ລົມສົນທະນາ, ທ່ານ ຫງວຽນກວກຢູງ ໄດ້ເນັ້ນໜັກເຖິງຄວາມຈໍາເປັນຂອງການເພີ່ມທະວີການແລກປ່ຽນ, ສົມທົບກັນລະຫວ່າງບັນດາອົງການໃນກົງຈັກອາຊຽນ, ລະຫວ່າງບັນດາຂົງເຂດ, ເສົາຄໍ້າ ແລະລະຫວ່າງຄະນະເລຂາທິການອາຊຽນ ກັບບັນດາອົງການທີ່ກ່ຽວຂ້ອງຂອງປະເທດປະທານເພື່ອແນໃສ່ຮັບປະກັນການຜັນຂະຫຍາຍບັນດາຂໍ້ຕົກລົງ ແລະແຜນການຮ່ວມມືຂອງອາຊຽນ. 

leftcenterrightdel
ການໂອ້ລົມສົນທະນາຂັ້ນສູງກ່ຽວກັບປີອາຊຽນ 2020. ພາບ: baochinhphu.vn.

ທ່ານ ຫງວຽນກວກຢູງ ຢັ້ງຢືນວ່າຫວຽດນາມ ຈະສືບຕໍ່ສືບທອດຄວາມມານະພະຍາຍາມຂອງບັນດາປະເທດປະທານອາຊຽນກ່ອນໜ້ານີ້, ຍູ້ແຮງການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025, ປັບປຸງຄວາມສາມັກຄີ, ຄວາມສະໜິດຕິດພັນ ແລະບົດບາດໃຈກາງຂອງອາຊຽນ, ຍົກສູງຄວາມສາມາດການປັບຕົວຂອງອາຊຽນໃຫ້ເໝາະສົມກັບບັນດາກາລະໂອກາດ, ສິ່ງທ້າທາຍທີ່ວາງອອກຢ່າງມີປະສິດທິຜົນ, ພ້ອມທັງປະກອບສ່ວນປັບປຸງ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງກົງຈັກອາຊຽນ.

ທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ ໄດ້ເຊີດຊູບັນດາໝາກຜົນ, ການປະກອບສ່ວນຂອງຫວຽດນາມ ຕໍ່ອາຊຽນ ໃນຊຸມປີຜ່ານມາ, ພ້ອມທັງເນັ້ນໜັກເຖິງທີ່ຕັ້ງ, ບົດບາດທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ໃນພາກພື້ນ ແລະໃນເວທີສາກົນ, ຕີລາຄາສູງຕໍ່ເລື່ອງຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ແລະເປັນສະມາຊິກບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ (2020-2021). ທ່ານ Lim Jock Hoi ກໍ່ຢືນຢັນວ່າ, ໃນນາມສ່ວນຕົວ ແລະຄະນະເລຂາທິການອາຊຽນ ຈະມານະພະຍາຍາມຢ່າງສຸດຂີດ, ສົມທົບກັນຢ່າງແໜ້ນແຟ້ນເພື່ອໜູນຊ່ວຍຫວຽດນາມ ຊຸກຍູ້ ແລະປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃຫ້ປະສົບຜົນສໍາເລັດ.

ໂດຍ: ທູຈາງ