ເຂົ້າຮ່ວມພິທີມີທ່ານ ຫງວຽນບ໊າຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາວ ພ້ອມກັບເອກອັກຄະລັດຖະທູດຂອງບັນດາປະເທດອາຊຽນ, ລັດຖະມົນຕີຂອງ 3 ເສົາຄໍ້າການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທໍາ-ສັງຄົມ; ບັນດາຄູ່ຮ່ວມມືຂອງອາຊຽນ ແລະບັນດາອົງການຈັດຕັ້ງສາກົນປະຈໍາຢູ່ລາວ, ພ້ອມດ້ວຍພະນັກງານ, ພາລະກອນກະຊວງການຕ່າງປະເທດລາວ ເຂົ້າຮ່ວມຢ່າງພ້ອມພຽງ.

leftcenterrightdel
ພິທີຊັກທຸງອາຊຽນ. ພາບ: vov.vn.

ກ່າວຄຳເຫັນທີ່ພິທີ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ ໄດ້ເນັ້ນໜັກເຖິງບັນດາຜົນງານຕົ້ນຕໍ ເຊິ່ງ ອາຊຽນບັນລຸໄດ້ໃນໄລຍະຜ່ານມາ, ພິເສດແມ່ນປີ 2015 ເມື່ອປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ, ດ້ວຍ 3 ເສົາຄ້ຳຕົ້ນຕໍແມ່ນຄວາມໝັ້ນຄົງ-ການເມືອງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ, ໄດ້ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບໃນການພັດທະນາພາກພື້ນ ແລະໂລກ.

leftcenterrightdel
ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ ກ່າວຄຳເຫັນທີ່ພິທີ. ພາບ: vov.vn.

ໜຶ່ງໃນບັນດາໝາກຜົນທີ່ເປັນໜ້າສົ່ງເສີມຂອງປະຊາຄົມອາຊຽນ ແມ່ນຕາງໜ້າໃຫ້ອົງການຄະນະກໍາມະການລະຫວ່າງລັດຖະບານ ແລະພາກພື້ນ, ສືບຕໍ່ເພີ່ມທະວີສາຍພົວພັນກັບບັນດາປະເທດສະມາຊິກອາຊຽນກໍຄືການຮ່ວມມືກັບບັນດາປະເທດຢູ່ພາຍນອກພາກພື້ນບົນຫຼັກການຂອງກົດບັດອາຊຽນ, ສັນຍາມິດຕະພາບຮ່ວມມືກໍ່ຄືບັນດານະໂຍບາຍ ເຊິ່ງ ອາຊຽນ ໄດ້ວາງອອກ, ຄື: ຫຼັກການດຳລົງຊີວິດຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ; ຫຼັກການເຫັນດີເຫັນພ້ອມ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ...

ໂດຍ: ທະນາພອນ