leftcenterrightdel
ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Hun Sen. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີມອບ - ຮັບໃບປະກາດສະນິຍະບັດຈົບວິທະຍາຄານຕຳຫຼວດກຳປູເຈຍ ຢູ່ທາງທິດໃຕ້ແຂວງ Kandal ຂອງນັກສຶກສາ 1.400 ຄົນ, ທ່ານນາຍົກລັດຖະມົນຕີກຳປູເຈຍ ຈະໄດ້ຖະແຫຼງວ່າກຳປູເຈຍ ບໍ່ອະນຸຍາດໃຫ້ບໍ່ວ່າກຸ່ມກໍ່ການຮ້າຍໃດໆ ສວຍໃຊ້ຜືນແຜ່ນດິນຢູ່ປະເທດນີ້ເປັນບ່ອນຕັ້ງຖານ, ເຄື່ອນໄຫວການຟອກເງິນ, ການຄ້າຂາຍຢາເສບຕິດ ຫຼືການຄ້າຂາຍອາວຸດ. ທ່ານນາຍົກລັດຖະມົນຕີ Hun Sen ໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ກຳປູເຈຍ ຮ່ວມມືກັບສ່ວນບຸກຄົນ, ອົງການທີ່ກ່ຽວຂ້ອງພາຍໃນປະເທດ ແລະພາກພື້ນຢ່າງແໜ້ນແຟ້ນ ເພື່ອຕໍ່ສູ້ຕ້ານການກໍ່ການຮ້າຍ, ຮັກສາສັນຕິພາບ ແລະປ້ອງກັນຄວາມສະຫງົບຢູ່ປະເທດນີ້.

ແຫຼ່ງຄັດຈາກ: vovworld.vn