ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ແລະບັນດາປະເທດອາຊຽນ ສະເໜີບາງການນໍານົດທິດຮ່ວມມືໃນໄລຍະຈະມາເຖິງລະຫວ່າງອາຊຽນ ແລະຍີ່ປຸ່ນ, ລວມມີ: ເພີ່ມທະວີການສົມທົບກັນ ແລະຕິດພັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສ ໂດຍອາຊຽນ ເປັນເຈົ້າພາບຈັດຕັ້ງ, ປະກອບສ່ວນຊຸກຍູ້ການສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍສາກົນ, ກໍ່ສ້າງ ແລະປະຕິບັດຕາມບັນດາມາດຕະຖານໃນການປະພຶດລວມ, ຮັບມືກັບບັນດາສິ່ງທ້າທາຍສໍາລັບສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນຢ່າງມີປະສິດທິຜົນ; ຍູ້ແຮງການພົວພັນດ້ານເສດຖະກິດ-ການຄ້າ-ການລົງທຶນກວ່າອີກ; ເພີ່ມທະວີການແລກປ່ຽນວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືໃນບັນດາຂົງເຂດທີ່ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ.

ທ່ານ Taro Kono ຢືນຢັນວ່າ, ອາຊຽນ ແມ່ນໜຶ່ງໃນບັນດາຈຸດສຸມໃນນະໂຍບາຍພົວພັນຕ່າງປະເທດຂອງຍີ່ປຸ່ນ, ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມື ແລະຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ແລະຮອບດ້ານກັບອາຊຽນ.

ເມື່ອແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນ, ບັນດາປະເທດຮັບຮູ້ຄວາມຄືບໜ້າໃນການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ແຕ່ກໍ່ແບ່ງປັນຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການຜັນແປຢ່າງສັບສົນໃນພູມີປະເທດ, ເປັນຕົ້ນແມ່ນການຫັນເປັນການທະຫານ ແລະບັນດາການເຄື່ອນໄຫວຝ່າຍດຽວເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະຄວາມໄວ້ເນື້ອເຊື່ອໃຈຖືກຫຼຸດລົງ, ສົ່ງຜົນສະທ້ອນບໍ່ດີເຖິງສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ  ເຂົ້າຮ່ວມກອງປະຊຸມລັດຖະມົນຕີຂໍ້ລິເລີ່ມເຂດລຸ່ມແມ່ນໍ້າຂອງ (LMI) ຄັ້ງທີ 12. ພາບ: ສໍານັກຂ່າວສານຫວຽດນາມ.

ຕອນບ່າຍວັນດຽວກັນ,  ທ່ານ ຟ້າມບິ່ງມິງ ໄດ້ພ້ອມກັບລັດຖະມົນຕີການຕ່າງປະເທດບັນດາປະເທດອຊຽນ ແລະທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ-ອາເມລິກາ.

ຕາງໜ້າບັນດາປະເທດອາຊຽນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດລາວ, ເຊິ່ງແມ່ນປະເທດປະສານງານການພົວພັນອາຊຽນ-ອາເມລິກາ, ຢັ້ງຢືນວ່າການພົວພັນອາຊຽນ-ອາເມລິກາ ສືບຕໍ່ໄດ້ຮັບການປັບປຸງ ແລະເພີ່ມທະວີບົນພື້ນຖານຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຢູ່ພາກພື້ນ.

ບັນດາປະເທດອາຊຽນ ແລະອາເມລິກາ ເນັ້ນໜັກເຖິງຄວາມສໍາຄັນຂອງການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ; ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982),  ປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະມຸ່ງໄປເຖິງການປັບປຸງ COC ໃຫ້ສົມບູນແບບ, ມີປະສິດທິຜົນ, ມີຜົນສັກສິດ, ເໝາະສົມກັບກົດໝາຍສາກົນ.

ວັນທີ 1 ສິງຫາ, ຢູ່ນອກກອງປະຊຸມ AMM-52 ໄດ້ດໍາເນີນກອງປະຊຸມລັດຖະມົນຕີຂໍ້ລິເລີ່ມເຂດລຸ່ມແມ່ນໍ້າຂອງ (LMI) ຄັ້ງທີ 12. ກອງປະຊຸມໂດຍທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ ແລະທ່ານ Don Pramudwinai ລັດຖະມົນຕີການຕ່າງປະເທດໄທ ເປັນປະທານຮ່ວມ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດ, ຄື: ກໍາປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະເລຂາທິການໃຫຍ່ອາຊຽນ.

ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການສະເຫຼີມສະຫຼອງຂໍ້ລິເລີ່ມເຂດລຸ່ມແມ່ນໍ້າຂອງ ຄັ້ງທີ 10. ເນື່ອງໃນໂອກາດນີ້, ລັດຖະມົນຕີການຕ່າງປະເທດບັນດາປະເທດແມ່ນໍ້າຂອງ, ອາເມລິກາ ແລະຫົວໜ້າຄະນະບັນດາຄູ່ຮ່ວມມືສະມາຊິກ ໃນກຸ່ມບັນດາເພື່ອນມິດເຂດລຸ່ມແມ່ນໍ້າຂອງ (FLM) ກໍ່ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບເພີ່ມທະວີການສົມທົບກັນລະຫວ່າງ FLM.

ໂດຍ: ທູຈາງ