ທີ່ກອງປະຊຸມ, ບັນດາລັດຖະມົນຕີ ຢັ້ງຢືນວ່າຈະຕັດສິນໃຈປະຕິບັດວິໄສທັດປະຊາຄົມອາຊຽນ 2025 ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ສືບຕໍ່ຜັນຂະຫຍາຍບັນດາການກຳນົດທິດ, ຂໍ້ລິເລີ່ມກໍ່ສ້າງອາຊຽນໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ, ມີຫົວຄິດປະດິດສ້າງ ແລະພັດທະນາແບບຍືນຍົງຮອບດ້ານໃນສະພາວະທີ່ພາກພື້ນ ແລະສາກົນມີການຫັນປ່ຽນຫຼາຍຢ່າງ. ບັນດາລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ ໃນການພົວພັນກັບພາຍນອກ. ບັນດາລັດຖະມົນຕີ ໄດ້ເຫັນດີເປັນເອກະພາບຈະແນະນຳກັບບັນດາຄູ່ຮ່ວມມືກ່ຽວກັບເອກະສານທັດສະນະຂອງອາຊຽນ ກ່ຽວກັບອິນເດຍ-ປາຊີຟິກ (AOIP), ເນັ້ນໜັກເຖິງບັນດາເປົ້າໝາຍ, ຫຼັກການຂອງອາຊຽນໃນການຮ່ວມມືເພື່ອພາກພື້ນອິນເດຍ-ປາຊີຟິກ ສັນຕິພາບ, ວັດທະນາຖາວອນ. ບັນດາລັດຖະມົນຕີ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຮັກສາ ແລະຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຄົບຄະນະຂອງບັນດາລັດຖະມົນຕີການຕ່າງປະເທດອາຊຽນ. ພາບ: ສຳນັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, ອາຊຽນ ຢ້ັງຢືນຄືນໃໝ່ຄວາມສຳຄັນຂອງການເຄົາລົບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982); ຮຽກຮ້ອງໃຫ້ບັນດາຝ່າຍລະງັບໃຈ, ບໍ່ຫັນເປັນການທະຫານ ແລະບໍ່ມີການກະທຳທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທິີບົນພື້ນຖານກົດໝາຍສາກົນ, UNCLOS 1982. ບັນດາປະເທດອາຊຽນ ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ມານະພະຍາຍາມປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກໂດຍໄວ, ມີປະສິດທິພາບ ແລະແທດຈິງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຕີລາຄາສູງຕໍ່ຜົນງານໃນ 4 ປີແຫ່ງການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025. ທ່ານ ຟ້າມບິ່ງມິນ ສະເໜີໃຫ້ອາຊຽນ ຈົ່ງສືບຕໍ່ຍົກສູງຄວາມສາມັກຄີ, ເພີ່ມທະວີການຮ່ວມມືພາຍໃນກຸ່ມ, ຮັກສາບົດບາດໃຈກາງໃນການພົວພັນຕ່າງປະເທດ. ທ່ານ ຟ້າມບິ່ງມິນ ເນັ້ນໜັກວ່າ ສະພາບການຢູ່ທະເລຕາເວັນອອກມີການຜັນແປຢ່າງສັບສົນ, ໃນນັ້ນມີບັນດາການກະທຳຕາມລໍາພັງຝ່າຍດຽວ, ຄື: ຫັນເປັນການທະຫານ, ຊ້ອມຮົບການທະຫານເພີ່ມຂຶ້ນ, ພິເສດແມ່ນກຳປັ່ນສຳຫຼວດ HD-8 ຂອງຈີິນ,  ບັນດາກໍາປັ່ນຕໍາຫຼວດທະເລຂອງຈີນ ໄດ້ລະເມີດເຂດເສດຖະກິດຈຳເພາະ ແລະໄຫຼ່ທະວີບຂອງຫວຽດນາມ, ດຳເນີນການສຳຫຼວດຜິດກົດໝາຍ. ທ່ານ ຟ້າມບິ່ງມິນ ເນັ້ນໜັກວ່າບັນດາການກະທຳເຫຼົ່ານັ້ນໄດ້ລະເມີດອະທິປະໄຕ ແລະອຳນາດສານຂອງຫວຽດນາມ ຕາມ UNCLOS 1982 ຢ່າງຮ້າຍແຮງ.

ໃນສະພາບການເຫຼົ່ານັ້ນ, ທ່ານ ຟ້າມບິ່ງມິນ ສະເໜີໃຫ້ອາຊຽນ ຮັກສາຄວາມສາມັກຄີ ແລະທັດສະນະລວມ, ຢັ້ງຢືນຄືນໃໝ່ບັນດາຫຼັກການ ແລະຄຳໝັ້ນສັນຍາຕໍ່ກັບສັນຕິພາບ ແລະສະຖຽນລະພາບ, ຮຽກຮ້ອງໃຫ້ມີການລະງັບໃຈ, ບໍ່ມີການກະທຳຕາມລຳພັງຝ່າຍດຽວທີ່ສົ່ງຜົນຮ້າຍເຖິງວິວັດທະນາການເຈລະຈາ ແລະການຮ່ວມມືຢູ່ພາກພື້ນ, ກີດຂວາງການເຄື່ອນໄຫວດ້ານເສດຖະກິດຂອງບັນດາປະເທດແຄມທະເລ; ແລະມານະພະຍາຍາມກໍ່ສ້າງ COC ໃຫ້ມີປະສິດທິພາບ ແລະແທດຈິງ.

ໂດຍ: ແສງເດືອນ