leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລວມຕາມຂົງເຂດອາຊຽນ - ຕວກກີ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ອາຊຽນ ແລະຕວກກີ ໄດ້ຮັບຮອງເອົາບັນຊີລາຍຊື່ບັນດາຂົງເຂດຮ່ວມມືບຸລິມະສິດລະຫວ່າງອາຊຽນ - ຕວກກີ ໄລຍະປີ 2019 – 2023 ສຸມໃສ່ເຂົ້າໃນບັນດາຂົງເຂດບຸລິມະສິດກ່ຽວກັບດ້ານການຄ້າ ແລະການລົງທຶນ, ການທ່ອງທ່ຽວ, ການເຊື່ອມຕໍ່, ພັດທະນາວິສາຫະກິດ… ສ່ວນຕວກກີ ໄດ້ປະກາດວ່າຈະສະຫງວນງົບປະມານ 1 ລ້ານໂດລາສະຫະລັດ ໃຫ້ແກ່ການຜັນຂະຫຍາຍບັນດາການເຄື່ອນໄຫວ ແລະໂຄງການຮ່ວມມືສອງຝ່າຍໃນໄລຍະສະເພາະໜ້າ. ອາຊຽນ ແລະຕວກກີ ກໍ່ເຫັນດີເປັນເອກະພາບວ່າ ຈະຜັນຂະຫຍາຍບັນດາໂຄງການໂດຍຕວກກີ ເປັນຝ່າຍສະເໜີກ່ຽວກັບການແບ່ງປັນການເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ແມ່ຍິງ, ບຳລຸງສ້າງພະນັກງານ, ວິສາຫະກິດ ແລະຊຸກຍູ້ການລົງທຶນໂດຍໄວ. 

ແຫຼ່ງຄັດຈາກ: vovworld.vn