leftcenterrightdel
ໄຂກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ຢູ່ນະຄອນຫຼວງວຽງຈັນ. ພາບ: nhandan.com.vn.

ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມ AMMY XI, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງການຊຸກຍູ້ບົດບາດຂອງຊາວໜຸ່ມໃນພາກພື້ນອາຊຽນ, ຍ້ອນນີ້ແມ່ນແຫຼ່ງກໍາລັງອັນລໍ້າຄ່າຂອງຊາດ, ຮັກສາບົດບາດສໍາຄັນໃນທຸກຂົງເຂດພັດທະນາຂອງແຕ່ລະປະເທດ ແລະພາກພື້ນ; ແມ່ນກໍາລັງເຊື່ອມສານລະຫວ່າງປະຈຸບັນກັບໃນອະນາຄົດ, ຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດໃນພາກພື້ນ ແລະສາກົນ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນແອັງຕ໊ວນ ເລຂາຜູ້ປະຈໍາການຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ເຂົ້າຮ່ວມ. ພາບ: nhandan.com.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນແອັງຕ໊ວນ ເລຂາຜູ້ປະຈໍາການຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ສະເໜີບັນດາຜູ້ແທນປຶກສາຫາລື, ຊຸກຍູ້ການຮ່ວມມືກ່ຽວກັບບັນດາບັນຫາບໍາລຸງສ້າງອາຊີບ, ໜູນຊ່ວຍເລີ່ມທຸລະກິດ, ກໍ່ສ້າງທັກສະ, ພ້ອມທັງສະໜັບສະໜູນຫົວຂໍ້ກ່ຽວກັບການພັດທະນາແບບຍືນຍົງຂອງປີນີ້ ເພາະວ່ານີ້ກໍ່ແມ່ນຫົວຂໍ້ເຊິ່ງຫວຽດນາມ ສຸມໃສ່ການເຄື່ອນໄຫວຕ່າງໆໃນຊຸມປີມໍ່ໆມານີ້.

ກອງປະຊຸມ AMMY XI ແລະ 7th AMMY+3 ໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນເຈົ້າພາບຈັດຕັ້ງຄັ້ງທຳອິດ, ມຸ່ງໄປເຖິງຍົກສູງບົດບາດຂອງຊາວໜຸ່ມໃນການກໍ່ສ້າງ, ເຊື່ອມໂຍງ ແລະເຊື່ອມສານປະຊາຄົມອາຊຽນ.

ໂດຍ: ເຈິ່ນຮວ່ຽນ