ກ່າວຄໍາເຫັນທີ່ພິທີໄຂ ASWGFi ຄັ້ງທີ 27,  ທ່ານ ຟູ່ງດຶກຕ໋ຽນ, ຮອງລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ໄດ້ຮຽກຮ້ອງໃຫ້ຜູ້ຕາງໜ້າຂະແໜງສິນໃນນໍ້າ ແລະບັນດາປະເທດສະມາຊິກອາຊຽນ ມານະພະຍາຍາມແລກປ່ຽນ, ເຫັນດີເປັນເອກະພາບແຜນການ, ລາຍການ, ໂຄງການ, ການເຄື່ອນໄຫວຮ່ວມມືໃນປະຊາຄົມອາຊຽນ ໄລຍະ 2019-2020 ແລະປຶກສາຫາລືບັນດາບັນຫາສໍາຄັນ, ພົ້ນເດັ່ນຄວນໄດ້ຮັບຄວາມເອົາໃຈໃສ່ໃນພາກພື້ນ, ຍົກອອກການກໍານົດທິດພັດທະນາເພື່ອແນໃສ່ສ້າງນະໂຍບາຍພັດທະນາສິນໃນນໍ້າໃນພາກພື້ນແບບຍືນຍົງ, ມີຄວາມຮັບຜິດຊອບ, ປະສິດທິຜົນ ແລະຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມກຸ່ມວຽກງານອາຊີບຫາປາອາຊຽນ ຄັ້ງທີ 27. ພາບ: ເຈື່ອງລືວ.

ໃນຂອບເຂດກອງປະຊຸມ, ຜູ້ຕາງໜ້າບັນດາປະເທດສະມາຊິກອາຊຽນ ໄດ້ສືບຕໍ່ແລກປ່ຽນບັນດາບັນຫາກ່ຽວກັບການຕ້ານການເຄື່ອນໄຫວຂຸດຄົ້ນຢ່າງຜິດກົດໝາຍ, ບໍ່ລາຍງານ, ບໍ່ຖືກຕາມຂໍ້ກໍານົດ (IUU) ແນໃສ່ປະຕິບັດແຜນການດໍາເນີນງານຂອງພາກພື້ນກ່ຽວກັບການຕ້ານການຂຸດຄົ້ນ IUU ແລະຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດອາຊຽນ; ຄຸ້ມຄອງການຂຸດຄົ້ນ, ປົກປ້ອງ ແລະພັດທະນາແຫຼ່ງຜົນປະໂຫຍດສິນໃນນໍ້າແບບຍືນຍົງ; ກວດກາຕົ້ນກຳເນີດຂອງຜະລິດຕະພັນຈາກການຂຸດຄົ້ນ ແລະລ້ຽງປູກສິນໃນນໍ້າ; ຮັບມື ແລະຫຼຸດຜ່ອນການກະທົບຈາກການປ່ຽນແປງຂອງດິນຟ້າອາກາດເຖິງການຂຸດຄົ້ນ ແລະການລ້ຽງປູກສິນໃນນໍ້າຢູ່ພາກພື້ນ; ສ້າງບັນດານະໂຍບາຍພັດທະນາສິນໃນນໍ້າແບບຍືນຍົງໃນພາກພື້ນ; ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະຄວາມກົມກຽວກັນຂອງບັນດາມາດຕະການກັກກັນພະຍາດສັດພືດ; ຍົກສູງກໍາລັງຄວາມສາມາດຄຸ້ມຄອງອາຊີບຫາປາ, ໂດຍສະເພາະແມ່ນການປະຕິບັດສັນຍາວ່າດ້ວຍມາດຕະການບັນດາປະເທດທີ່ມີທ່າກໍາປັ່ນ...

ໂດຍ: ທູຈາງ