leftcenterrightdel
ກໍາລັງຕໍາຫຼວດໄທ. ພາບ: AP

ກົມຖະແຫຼງຂ່າວແຫ່ງຊາດໄທ (NNT) ໃຫ້ຮູ້ວ່າ RTP ໄດ້ດໍາເນີນການຝຶກຊ້ອມແຜນການຄວາມໝັ້ນຄົງສັງລວມຢູ່ເຂດຈັດຕັ້ງກອງປະຊຸມທີ່ນະຄອນຫຼວງ ບາງກອກ. ທ່ານ Srivara ຮອງຜູ້ບັນຊາການ RTP ໃຫ້ຮູ້ວ່າທ່ານໄດ້ຊີ້ນໍາກົມເຂົ້າ-ອອກເມືອງເປີດຊ່ອງທາງພິເສດເພື່ອຮັບໃຊ້ແຂກເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ, ພ້ອມທັງຕິດຕາມກວດກາບັນດາຜູ້ເຂົ້າ-ອອກໄທ ຢ່າງແໜ້ນແຟ້ນ. ກົມເຂົ້າ-ອອກເມືອງ ຈະບໍ່ໃຫ້ບັນດາຜູ້ເຄີຍຖືກຄະດີມາກ່ອນ ຫຼືຜູ້ຖືກສົງໄສວ່າຈະກໍ່ຄວາມວຸ້ນວາຍເຂົ້າໄທ. ທ່ານ Srivara ກໍ່ເວົ້າຕື່ມວ່າ RTP ຈະເປີດສູນບໍລິຫານຄວາມໝັ້ນຄົງເພື່ອຕິດຕາມຂໍ້ມູນຂ່າວສານ ແລະສະພາບການກ່ອນ, ໃນ ແລະພາຍຫຼັງດໍາເນີນກອງປະຊຸມ.

ໂດຍ: ຈາງຫງວຽນ