ນີ້ແມ່ນເຫດການໄດ້ຈັດຕັ້ງປະຈໍາປີ, ແນໃສ່ຕີລາຄາການຮ່ວມມືລະຫວ່າງຄະນະເລຂາອາຊຽນ, ບັນດາອົງການ ແລະອົງການຈັດຕັ້ງທີ່ກ່ຽວຂ້ອງເຖິງອາຊຽນພ້ອມກັບບັນດາອົງການຈັດຕັ້ງສັງຄົມ ແນໃສ່ອັບເດດບັນດາຜົນງານ ແລະສິ່ງທ້າທາຍຂອງອາຊຽນທີ່ກ່ຽວຂ້ອງເຖິງບັນດາມາດຕະການຮ່ວມມືຍຸດທະສາດ.

leftcenterrightdel
ອາຊຽນ ຊຸກຍູ້ການຮ່ວມມືກັບບັນດາອົງການຈັດຕັ້ງສັງຄົມມຸ່ງໄປເຖິງປະຊາຄົມ. ພາບ: baoquocte.vn.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ Mochtan ຮອງເລຂາທິການໃຫຍ່ອາຊຽນ ເນັ້ນໜັກວ່າ, ເພື່ອໃຫ້ບັນດາຄວາມມານະພະຍາຍາມສ້າງປະຊາຄົມອາຊຽນ ໃຫ້ມີປະສິດທິຜົນ ແລະມີຄວາມໝາຍ, ຄວນມີການໜູນຊ່ວຍ ແລະການຮ່ວມມືຂອງບັນດາຝ່າຍທີ່ກ່ຽວຂ້ອງປະກອບສ່ວນໃຫ້ວິວັດການເຊື່ອມໂຍງຂອງພາກພື້ນ.

ກໍານົດບັນດາອົງການຈັດຕັ້ງສັງຄົມສາມາດກາຍເປັນຂົວຕໍ່ດ້ານພູມປັນຍາລະຫວ່າງອາຊຽນ ແລະປະຊາຊົນ, ຄະນະເລຂາອາຊຽນ ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງບັນດາຫົວໜ່ວຍ ແລະບັນດາຝ່າຍທີ່ກ່ຽວຂ້ອງມຸ່ງໄປເຖິງການເພີ່ມທະວີການສ້າງຮູບພາບກ່ຽວກັບອາຊຽນມຸ່ງໄປເຖິງປະຊາຊົນ.

ໂດຍ: ເຈິ່ນຮວ່ຽນ