leftcenterrightdel
ທ່ານພົນຈັດຕະວາ ຮວ່າງກິມຝຸ້ງ, ຫົວໜ້າກົມຮັກສາສັນຕິພາບ ໄດ້ຮັບຕໍາແໜ່ງເປັນປະທານ AAPTC ປີ 2020 ຈາກປະເທດ ໄທ. ພາບ: ສໍານັກຂ່າວສານຫວຽດນາມ.

ກອງປະຊຸມສໍາມະນາ ແລະກອງປະຊຸມປະຈໍາປີ AAPTC ໄດ້ດໍາເນີນໃນລະຫວ່າງວັນທີ 23 – 26 ເມສາ ທີ່ບາງກອກ, ປະເທດໄທ ດ້ວຍຫົວຂໍ້ “ຜ່ານຜ່າສິ່ງທ້າທາຍ: ການເຄື່ອນໄຫວ ແລະຄວາມມານະພະຍາຍາມຂອງ ອາຊີ-ປາຊີຟິກ ເພື່ອແນໃສ່ຍົກສູງປະສິດທິຜົນໃນການເຄື່ອນໄຫວຮັກສາສັນຕິພາບ”, ມີການເຂົ້າຮ່ວມຂອງຄະນະຜູ້ແທນຂັ້ນສູງ 21 ຄະນະທີ່ມາຈາກບັນດາປະເທດສະມາຊິກ ແລະບັນດາປະເທດສະມາຊິກຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ນອກຈາກປະເທດ ລາວ. ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນຈັດຕະວາ ຮວ່າງກິມຝຸ້ງ, ຫົວໜ້າກົມຮັກສາສັນຕິພາບ ໄດ້ເຂົ້າຮ່ວມກອງປະຊຸມ. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈໍາປີຄັ້ງນີ້, ນອກຈາກເລື່ອງທີ່ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງສະມາຄົມແລ້ວ, ຫວຽດນາມ ຍັງໄດ້ຮັບຕໍາແໜ່ງເປັນປະທານ AAPTC ປີ 2020 ຈາກປະເທດ ໄທ ນຳອີກ.

ໂດຍ: ດັ້ງເກື່ອງ