ໃນຕອນບ່າຍວັນທີ 11 ເມສາ, ທີ່ຫ໋າຍຟ່ອງ, ສະຫະພັນອົງການມິດຕະພາບນະຄອນຫ໋າຍຟ່ອງ ໄດ້ສົມທົບກັບພະແນກພົວພັນຕ່າງປະເທດ, ສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະບັນດາໂຮງຮຽນມະຫາວິທະຍາໄລ ໃນຂອບເຂດນະຄອນຈັດຕັ້ງການພົບປະສັງສັນ, ມິດຕະພາບກັບບັນດານັກສຶກສາລາວ, ໄທ ແລະມຽນມາ ທີ່ກໍາລັງຮ່ຳຮຽນສຶກສາຢູ່ຫ໋າຍຟ່ອງ ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊົນລາວ, ໄທ ແລະມຽນມາ.

leftcenterrightdel
ບັນຍາກາດທີ່ການພົບປະສັງສັນ. ພາບ: thanhphohaiphong.gov.vn.

ການພົບປະສັງສັນບໍ່ພຽງແຕ່ນຳມາດ້ວຍບັນຍາກາດທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຄຶກຄື້ນ, ເປັນກຳລັງໃຈໃຫ້ແກ່ບັນດານັກສຶກສາລາວ, ໄທ ແລະມຽນມາ ທີ່ກໍາລັງຮ່ຳຮຽນສຶກສາຢູ່ນະຄອນຫ໋າຍຟ່ອງ ເທົ່ານັ້ນ ແຕ່ຍັງປະກອບສ່ວນ ເພີ່ມທະວີການພົບປະແລກປ່ຽນ, ຄວາມເຂົ້າອົກເຂົ້າໃຈກ່ຽວກັບຮີດຄອງປະເພນີ, ວັດທະນະທຳຂອງແຕ່ລະປະເທດ, ປັບປຸງ ແລະເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດລະຫວ່າງຫວຽດນາມ, ລາວ, ໄທ ແລະມຽນມາ ໃຫ້ນັບມື້ນັບຮັດແໜ້ນອີກດ້ວຍ.

ເຖິງວ່າຢູ່ໄກຈາກບ້ານເກີດເມືອງນອນກໍ່ຕາມແຕ່ບັນດານັກສຶກສາຍັງຮູ້ສຶກໄດ້ບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນ, ມ່ວນຊື່ນ ແລະໃກ້ຊິດສະໜິດສະໜົມໃນໂອກາດບຸນປີໃໝ່.

ໄຊພອນ